Breaking News

ທິມນັກກິລາເຫຼົ່າຮົບຊ່າງແສງ ທີ່ຈະໄປແຂ່ງຂັນຢູ່ ສສ ຫວຽດນາມ ມີຄວາມພ້ອມແລ້ວ 80 %

ທິມນັກກິລາເຫຼົ່າຮົບຊ່າງແສງ ທີ່ຈະໄປແຂ່ງຂັນຢູ່ ຫວຽດນາມ ມີຄວາມພ້ອມແລ້ວ 80 %.

ວັນທີ 30 ກໍລະກົດ 2021 ນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫ່ຍການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊີ້ນຳຕິດຕາມຂະບວນການຝຶກແອບທິມນັກກິລາເຫຼົ່າຮົບຊ່າງແສງ ທີ່ຈະເດີ່ນທາງເຂົ້າຮ່ວມການແຂ່ງຂັນກິລານາໆຊາດ (ARMY GAMES 2021) ທີ່ ສສ ຫວຽດນາມ ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588.

ສະຫາຍ ພັນໂທ ສົມຟອງ ເກິ່ງທອນສິມຫົວໜ້າການທະຫານກອງພັນ 579 ທັງເປັນຄະນະຮັບຜິດຊອບ ຄູຝຶກທິມນັກກິລາ ການທະຫານຊ່າງແສງ ກົມໃຫ່ຍເສນາທິການກອງທັບ ໄດ້ລາຍງານກ່ຽວກັບການຝຶກຊ້ອມວ່າ: ພາຍຫຼັງໄດ້ຮັບຄຳສັ່ງແຈ້ງການຂອງຂັ້ນເທິງໃຫ້ສ້າງແຜນການກ່ຽວກັບການກະກຽມຝຶກຊ້ອມກິລາການທະຫານຊ່າງແສງ(ARMYGAMES 2021) ເຊີ່ງຈະໄດ້ຈັດຂື້ນທີ່ ສສ ຫວຽດນາມ ໃນຄັ້ງນີ້. ເພື່ອເປັນກະກຽມຄວາມພ້ອມຮອບດ້ານຂອງທິມນັກກິລາແຕ່ລະສະຫາຍໃຫ້ມີຄວາມຊຳນານຄ່ອງແຄ້ວ, ທັງເປັນການວັດແທກລະດັບ ຄວາມຮູ້ ຄວາມສາມາດທາງດ້ານເຕັກນິກ ຂອງແຕ່ລະພາກສ່ວນ.

ໃນໂອກາດນີ້ ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ.

Recent Comments

No comments to show.