Breaking News

ຄະນະສະເພາະກິດລາຍງານ ວັນທີ່ 17/06/2021 ຈະໄດ້ສືບຕໍ່ມາດຕະການຄວບຄຸມໂຄວິດ ແລະ ຜ່ອນຜັນບາງມາດຕະການ

ອີງຕາມການລາຍງານຂອງຄະນະສະເພາະກິດ ວັນທີ 17 ມິຖຸນາ ປີ 2021 ດຣ ພອນປະເສີດ ໄຊຍະມຸງຄຸນ ໄດ້ກ່າວວ່າ ຫຼັງຈາກວັນທີ 19 ມິຖຸນາ ທາງຄະນະສະເພາະກິດ ແມ່ນຈະໄດ້ສືບຕໍ່ວາງມາດຕະການຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອໃຫ້ສອດຄ່ອງ ແລະ ເໝາະສົມກັບສະພາບການລະບາດຂອງພະຍາດຕົວຈິງໃນປັດຈຸບັນ.

ເຊິ່ງຈະມີບາງມາດຕະການທີ່ຕ້ອງໄດ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ກໍຈະມີບາງມາດຕະການ ທີ່ໄດ້ຮັບການຜ່ອນຜັນເພີ່ມຕື່ມ, ຂໍໃຫ້ບັນດາທ່ານສືບຕໍ່ປະຕິບັດທຸກມາດຕະການທີ່ວາງອອກຢ່າງເຂັ້ມງວດ ເພື່ອເຮັດໃຫ້ຈຳນວນຜູ້ຕິດເຊື້ອໂຄວິດ-19 ຄ່ອຍໆຫຼຸດລົງ ຈົນກ້າວໄປເຖິງບໍ່ມີຜູ້ຕິດເຊື້ອໃນປະເທດເຮົາ, ປະຊາຊົນກໍສາມາດກັບມາດຳລົງຊີວິດໄດ້ແບບປົກກະຕິໃນສັງຄົມເທື່ອລະກ້າວ ແລະ ປະເທດເຮົາກໍຈະຜ່ານວິກິດນີ້ໄປໄດ້.

ການຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 17 ມິຖຸນາ​ 2021​ ໃຫ້ຮູ້ວ່າ:​ ກວດພົບເຊື້ອໃໝ່ + 1 ຕົວຢ່າງ,​ ໃນນີ້ມີ.ຍອດຜູ້ຕິດເຊື້ອສະສົມທົ່ວປະເທດ 2034 ຄົນ, ເສຍຊີວິດ ສະສົມ 3 ຄົນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.