Breaking News

ຂ່າວດ່ວນ ເຈົ້າໜ້າທີ່ມ້າງກຸ່ມໄວລຸ້ນຫົວໃສ ໃຊ້ໂຮງແຮມເປັນບ່ອນມົ້ວສຸມ

ວັນທີ​ 15​ ມິຖຸນາ​ 2021ນີ້​ ປກສ ນວ ໄດ້ລົງກວດພົບເຫັນກຸ່ມໄວລຸ້ນ 5 ຄົນ, ຍິງ 3 ຄົນ ທີ່ກຳລັງມົ້ວສຸມ​ ແລະ​ ພົບສິ່ງທີ່ຜິດກົດໝາຍ ມີ: ຖົງໃສ່ຜົງເຄ ຈຳນວນ 4 ຖົງ, ມີຜົງເຄ 3 ຖົງ, ຖົງເປົາ 1 ຖົງ, ຖົງເຄຢູ່ໃນຈານ 2 ຈານ, ໄພ້​ 1 ໃບ ແລະ ຢາອີຈຳນວນ 5 ປ່ຽງ ( ປະມານ 2 ເມັດ ) ຈິງໄດ້ກັກຕົວພວກກ່ຽວມາສອບສວນ ຈິ່ງຮູ້ໄດ້ວ່າ:

ກຸ່ມໄວລຸ້ນ ຈຳນວນ 5 ຄົນ, ຍິງ3 ຄົນ, ເປັນນັກສຶກສາ 2ຄົນ, ຄ້າຂາຍ1ຄົນ, ກຳມະກອນ 1ຄົນ ແລະ ວ່າງງານ 1 ຄົນ ເຊິ່ງການກະທຳຂອງພວກກ່ຽວແມ່ນຜິດຕໍ່ປະມວນກົດ ໝາຍ ອາຍາມາດຕາ 314 ວ່າດ້ວຍການຜະລິດ, ຄ້າຂາຍ, ຈຳໜ່າຍຂົນສົ່ງ ມີໄວ້ຄອບຄອງ ຫຼື ນຳເຂົ້າ.

ໃນໄລຍະການປ້ອງກັນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງຜ່ານມາ ກຸ່ມແກ້ງຈໍານວນໜຶ່ງ ໄດ້ລີ້ຊ່ອນເຄື່ອນໄຫວກະທໍາຜິດ ເພື່ອຫຼົບຫຼີກການອອກກວດກາລາດຕະເວນຂອງເຈົ້າໜ້າທີ່ ຈຶ່ງເກີດໜ້າສົງໃສຫັນໄປໃຊ້ເຮືອນພັກ, ໂຮງແຮມ ແລະ ສະຖານທີ່ລີ້ລັບເປັນບ່ອນເຄື່ຶຶອນໄຫວ ເພາະສະນັ້ນ, ເພື່ຶອຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວນີ້.

ກອງບັນຊາການ ປກສ ນວ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍທຸລະກິດ, ເຈົ້າຂອງກິດຈະການ ແລະ ປະຊາຊົຍນທຸກຊັ້ນຄົນ ຈົ່ງຊ່ວຍກັນເປັນຫູເປັນຕາຕິດຕາມ ໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮ້ອຍ ຢູ່ໃນນະຄອນຫຼວງວຽງຈັນ ຖ້າເຫັນພຶດຕິກຳທີ່ບໍ່ສອດຄ່ອງ ແມ່ນໃຫ້ແຈ້ງມາທາງເບີວອດແອັບ 02028899774

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.