Breaking News

ຢ່າໃຫ້ບັ້ງອົດ ເມຍ ແຕກ ຜົວກິນແຕ່ເຫຼົ້າບໍ່ຊອກບໍ່ຫາ ແຖມຕີເມຍ ສຸດທ້າຍເມຍປິດຊີບຜົວ ດ້ວຍດົ້ນຟືນ

ໂດຍນາງ ມິລິ ຜູ້ເປັນເມຍຮັບສາລະພາບວ່າ: ຕົນເອງ ແລະ ຜູ້ເປັນຜົວ ໄດ້ສ້າງຄອບຄົວຮ່ວມກັນມາໄດ້ 19 ປີ ມີລູກນຳກັນ 5 ຄົນ, ນັບແຕ່ປີ 2015 ມາຜູ້ເປັນຜົວໄດ້ດື່ມເຫຼົ້າເມົາເປັນປະຈຳ, ບໍ່ເຮັດບໍ່ສ້າງ, ບໍ່ເຮັດວຽກຫຍັງ ແລະ ກໍ່ໄດ້ຜິດຖຽງກັນມາຕະຫຼອດ ຈົນເຖິງຂັ້ນແຍກຫ້ອງນອນກັນ.

ຮ້ອຍເອກ ແສງຄຳ ຜົ້ງສາລີ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງລອງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເວລາ 2:00 ໂມງເຊົ້າ ຂອງວັນທີ 9 ມິຖຸນາ 2021 ເກີດເຫດ ຜູ້ເປັນເມຍ ຊື່ນາງ ມິລິ ອາຍຸ 45 ປີ ລົງມືປິດຊີບ ຜູ້ເປັນຜົວ ຊື່ທ້າວ ແສງແກ້ວ ອາຍຸ 47 ປີ ຢູ່ບ້ານເຕົ້າໂຮມ ເມືອງລອງ ແຂວງຫຼວງນໍ້າທາ.

ມື້ເກີດເຫດເວລາ 20:00 ໂມງ ມີໝູ່ຂອງຜົວທີ່ຢູ່ບ້ານດຽວກັນ ມານັ່ງສັງສັນນຳກັນຢູ່ເຮືອນ ຂະນະນັ້ນຜູ້ເປັນເມຍກໍ່ໄດ້ອອກໄປຝາກເງິນນຳກຸ່ມບ້ານ ຈົນ 23:00 ໂມງຈຶ່ງກັບມາເຮືອນພ້ອມເຂົ້ານອນ ແລະ ຂະນະນັ້ນຜົວກັບໝູ່ຍັງນັ່ງດື່ມກັນ ພໍເດິກມາເຖິງ 2:00 ໂມງເຊົ້າຂອງມື້ຕໍ່ມາຫຼັງຈາກເລີກວົງເຫຼົ້າແລ້ວ ຜູ້ເປັນຜົວກໍ່ມາເຄາະປະຕູຫ້ອງຜູ້ເປັນເມຍເພື່ອຂໍຫຼັບນອນນຳ ເຊິ່ງທາງເມຍກໍ່ປະຕິເສດວ່າຢາກນອນເດິກແລ້ວ ແຕ່ຜູ້ເປັນຜົວກໍ່ບໍ່ຢຸດເຄາະ ຜູ້ເປັນເມຍຈຶ່ງລຸກມາໄຂປະຕູ ແຕ່ພໍໄຂຜົວກໍ່ລົງມືຕີເມຍທັນທີ ໂດຍໃຊ້ກຳປັ້ນຕີເຂົ້າເອິກ, ໜ້າ ແລະ ຫົວ ຈົນເມຍລົ້ມລົງ.

ຜູ້ເປັນເມຍໃຈຮ້າຍຈຶ່ງຍ່າງອອກໄປເອົາດົ້ນຟືນຢູ່ນອກເຮືອນ ຍາວປະມານ 80 ຊັງຕີແມັດ ມາທຸບຕີຜູ້ເປັນຜົວຫຼາຍບາດ ຈົນຜູ້ສິ້ນໃຈ ແລ້ວເມຍກໍ່ລາກເອົາສົບໄປໄວ້ຫ້ອງນອນ ແລ້ວໃຊ້ເສື້ອຜົວເສັດທຳລາຍຮ່ອງຮອຍ ສ່ວນດົ້ນຟືນແມ່ນເອົາໄປຈູດທຳລາຍຫຼັກຖານ ພໍຮອດຕອນເຊົ້າຜູ້ເປັນເມຍຈຶ່ງໄປແຈ້ງອ້າຍ ແລະ ຍາດພີ່ນ້ອງມາເບິ່ງ ພ້ອມຖືກຈັບກຸມ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.