Breaking News

ຊົມເຊີຍ ວັນແພດລາວ 18​ ມິຖຸນາ​ 2021​ ຢ່າງສຸດໃຈ

( ຊົມເຊີຍ ວັນແພດລາວ 18​ ມິຖຸນາ​ 2021​ ຢ່າງສຸດໃຈ​ )ມື້ນີ້ ເປັນວັນແພດ ທີ 18 ມິຖຸນາມາຊົມເຊີຍວັນດີ​ ພັກລັດເຮົາຍົກສູງໄວ້ລະນຶກເຖິງບຸນຄຸນເຈົ້າ​ ແພດລາວ ຜູ້ດີເດັ່ນເປັນຄົນເສຍສະຫຼະ ແທ້ໆ​

ຄືແພດ ຊ່ວຍຊີວາ ທ່ານເອີຍແພດເອີຍ ເຈົ້າຄືອິນຊີກ້າ​ ກອບກູ້ຊີວີດຄົນວັນ ແລະ ຄືນ ອົດທົນ​ ນອນໂຮງໝໍ ບໍ່ກັບບ້ານຄົນເຈັບໂອຍ ຄາງຮ້ອງ​ ທັງເປັນໜອງ ຟອງໄຄ່ບາງຜ່ອງປາກບໍ່ໄດ້​ ແພດນັ່ງເຝົ້າ ບໍ່ໄດ້ນອນ ແທ້ແລ້ວ

ແພດລາວສູງເດັ່ນກ້າ​ ອົດທົນຜ່ານອຸບປະສັກຫຍຸ້ງຍາກ ອົດທົນພຽນ​ ຈັນຍາບັນ ຍົກສູງໄວ້ຖືຄົນເຈັບ ທັງຄົນໄຂ້​ ຄອບຄົວດຽວ ສະເໝີຍາດຄົນລາວ ເຜົ່າລາວທຸກທົ່ວໜ້າ​ ເຊີດຊູເຈົ້າ ໄວ້ທີ່ສູງ ທ່ານເອີຍວັນແພດໃນມື້ນີ້​ ຂຽນກອນອວຍພອນໄຊໃຫ້ແພດລາວທັງຫຼາຍ​ ຈົ່ງເຂັ້ມແຂງແຮງກ້າອາຍຸ ຂໍໃຫ້ຍືນຍາວໝັ້ນ​

ວັນນະສີສູງເດັ່ນສຸກດີ ຍໍຍົກໃຫ້ ພະຫຼະນັ້ນ ຈົ່ງເກີດມີ ແທ້ເນີແພດເອີຍເຈົ້າຈົ່ງໄດ້​ ຢູ່ຄຽງຄູ່ ປະຊາລາວແພດຈົ່ງເປັນດວງໃຈ​ ປວງປະຊາທັງຄ້າຍເປັນແພດລາວໃນວັນນີ້​ ມີສັກສີສູງເດັ່ນແພດຍືນຍົງຄູ່ຟ້າ​ ສະຖຽນໝັ້ນຊົ່ວນິຣັນ ທ່ານເອີຍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.