ຊົມເຊີຍ ພະນັກງານ ຟູດແພນດ້າ ພ້ອມດ້ວຍ ໄຣເດີ ແຂວງໄຊຍະບູລີ .

ໄດ້ລົງພື້ນທີ່ແຈກຢາຍເຂົ້າກ່ອງໃຫ້ກັບ ກອງທະຫານ ແລະ ພໍ່ແມ່ປະຊາຊົນ ທີ່ກຳລັງປະຕິບັດໜ້າທີ່ອະນາໄມເຮືອນຊານບ້ານຊ່ອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຊ່ວງທີ່ຜ່ານມາ.

ພະນັກງານ ຟູດແພນດ້າ ພ້ອມ ອາສາສະໝັກຫຼາຍກວ່າ 10 ຄົນ ໄດ້ລົງໄປບ້ານ ນາຍາວ ແລະ ບ້ານນາໄຮ ເຊິ່ງເປັນສອງໝູ່ບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໜັກ ເນື່ອງຈາກວ່າໝູ່ບ້ານດັ່ງກ່າວແມ່ນຕິດກັບແມ່ນໍ້າ .

ເພື່ອຊຸກຍູ້ອາຫານສວາຍ ທີ່ເປັນເຂົ້າກ່ອງ ຈຳນວນ 1000 ກ່ອງ ໃຫ້ກັບທະຫານ ແລະ ພໍ່ແມ່ປະຊາຊົນ ທີ່ກຳລັງອອກແຮງງານພາຍໃນໝູ່ບ້ານ ແລະ ເຂດອ້ອມຂ້າງ.

