👏👏 ຊົມເຊີຍໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ມອບສັດລ້ຽງຫຼາຍຮ້ອຍໂຕໃຫ້ກັບຄອບຄົວທຸກຍາກໃນເມືອງລ້ອງຊານ

ໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ຢູ່ຈຸດສຸມໂພນສະຫວາດ (516) ເມືອງລ້ອງຊານ ແຂວງໄຊສົມບູນ ເປັນການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດກັບ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ,

ເປົ້າໝາຍຕົ້ນຕໍຂອງໂຄງການ, ສ້າງເປັນສູນຕົວແບບທາງດ້ານກະສິກຳ (ປູກຝັງ – ລ້ຽງສັດ) ເປັນບ່ອນຮຽນຮູ້ແກ່ປະຊາຊົນ, ເຮັດໃຫ້ປະຊາຊົນເຂດ 516 ແລະ ບ້ານອື່ນໆໃນເມືອງລ້ອງຊານມີວິຖີຊີວິດທີ່ດີຂຶ້ນ

ໄລຍະຜ່ານມາໂຄງການໄດ້ມອບສັດລ້ຽງໃຫ້ແກ່ຄອບຄົວຜູ້ທຸກຍາກ ໃນ 8 ບ້ານກຸ່ມບ້ານໂພນສະຫວາດຄື: ບ້ານ ໂພນສະອາດ, ບ້ານ ໂພນສະຫວາດ, ບ້ານ ດອນສຳພັນ, ບ້ານ ແກ່ວສາມີ, ບ້ານ ສັນປາຕອງ, ບ້ານ ນາມອນ, ບ້ານ ນ້ຳມຸງ, ບ້ານ ນ້ຳເຢັນ ໄປແລ້ວ 50 ຄອບຄົວ

ໃນນັ້ນໝູຄອບຄົວລະ 1 ໂຕ, ສ່ວນເປັດ ແລະ ໄກ່ ຄອບຄົວລະ 1 ຄູ່

ໃນວັນທີ 17 ມີຖຸນາ 2021, ໂຄງການໄດ້ສືບຕໍ່ມອບສັດລ້ຽງໃຫ້ປະຊາຊົນເມືອງລ້ອງຊານ 42 ຄອບຄົວເຊິ່ງມາຈາກບ້ານ ພູປ່າມັນ, ບ້ານ ວັງຫຼວງ, ບ້ານ ຫີນສໍ, ບ້ານ ໂພນມ່ວງ, ບ້ານ ສັນປາຕອງ, ບ້ານ ໂພນສະຫວາດ, ບ້ານ ດອນສຳພັນ, ບ້ານ ແກ່ວສາມີ, ບ້ານ ໂພນສະອາດ,

ໃນນັ້ນ: ໝູຄອບຄົວລະ 1 ໂຕ ສ່ວນເປັດ ແລະ ໄກ່ ຄອບຄົວລະ 1 ຄູ່

ຕາງໜ້າມອບໂດຍທ່ານປະທານແນວລາວສ້າງຊາດເມືອງລ້ອງຊານ, ພ້ອມດຽວກັນນັ້ນໂຄງການຍັງໄດ້ຈັດຝຶກອົບຮົມເຕັກນິກວິຊາການ, ວິທີການລ້ຽງ, ການສ້າງຄອກ, ການຜະລິດອາຫານຈາກວັດຖຸດິບທ້ອງຖິ່ນ, ການໃຫ້ອາຫານແຕ່ລະວັນ,

ການສັກວັກຊີນປ້ອງກັນພະຍາດ-ການປິ່ນປົວສັດເຈັບ


