Breaking News

ອາເລັກຊານດຣ້າໂພສປະເດັນທີ່ຕົນໄດ້ສັກວັກຊີນໄຟເຊີແລະຕອບກັບທ້າວໂຈເຊັບ

ອາເລັກຊານດຣ້າໄດ້ໂພສປະເດັນເລື່ອງສັກວັກຊີນPfizer :ຊານດຼ້າທໍາອິດ ທ້າວ ໂຈເຊັບໄດ້ໂພສຕັ້ງຂໍ້ສົງໄສວ່າ ເປັນຫຍັງຊານດຣາຈຶ່ງສາມາດສີດວັກຊີນ Pfizer ໄດ້ ມີໂລກປະຈໍາໂຕຫຍັງບໍ່ຈາກນັ້ນ ຜູ້ກ່ຽວໄດ້ໂພສຕື່ມວ່າ “ຊານດຣາ ສີດວັກຊີນ Pfizer ມັນສະແດງເຖິງອາພິສິດຊົນ”ການໂພສແບບນີ້ ກໍຄືການໂຈມຕີ, ໃສ່ຮ້າຍປ້າຍສີວ່າ ຊານດຣາ ວ່າໄປສີດວັກຊີນ ໄຟເຊີໂດຍທີ່ບໍ່ຢູ່ໃນເງື່ອນໄຂ.

ຄວາມຈິງແລ້ວຊານດຣາມີເງື່ອນໄຂຮັບໄຟເຊີໄດ້ ຍ້ອນມີພະຍາດປະຈໍາໂຕ, ໃບກວດສຸຂະພາບກໍມີຄັກແນ່.ລາວເວົ້າແບບນີ້ ເປັນທັງການໂຈມຕີພາກສ່ວນກ່ຽວຂ້ອງທາງອ້ອມ ວ່າມີການຈັດການທີ່ບໍ່ຖືກຕ້ອງ, ໃຫ້ສິດພິເສດຊານດຣາ.

ການກະທໍາແບບນີ້ ຖືວ່າແມ່ນ ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ເພາະເປັນການຂຽນຂໍ້ມູນເທັດ, ມີລັກສະນະໝິ່ນປະໝາດ, ໃສ່ຮ້າຍປ້າຍສີການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ.

ອັນນີ້ແມ່ນກໍານົດໄວ້ໃນ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ມີຄວາມຜິດຕາມ ມາດຕາ 168 ຂອງປະມວນກົດໝາຍອາຍາ, ມີໂທດ ຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສາມປີ ແລະ ຈະຖືກປັບໄໝ 4 ລ້ານ ຫາ 20 ລ້ານກີບ 

ເອກະສານແນບຕິດ: 1. ໃບຢັ້ງຢືນແພດ 2. ແອັບກົດໝາຍລາວແມ່ນໜຶ່ງໃນພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພິວເຕີຫວັງວ່າທຸກຄົນຈະເຂົ້າໃຈຊານດຼ້າໃຫ້ເບິ່ງໝົດແລ້ວ ງົດດຣາມາ ແລະ ມາຮັກແພງກັນຄືເກົ່າ ຢ່າປ່ອຍໃຫ້ມືທີສາມມາສ້າງຄວາມປັ່ນປ່ວນໃນສັງຄົມລາວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.