Breaking News

ຄວາມເຊື່ອບູຮານ…!!! ວິທີ ເຮັດພາຫວານ ຂໍຂະມາເຈົ້າທີ່ເຈົ້າຖານ ເຈົ້າດິນເຈົ້າດອນ ເຈົ້າເຮືອນເຈົ້າຊານ ເຈົ້າກຳນາຍເວນ ເຈົ້າແມ່ນາງທໍລະນີ ເຈົ້າແມ່ຄົງຄາເທວະບຸດເທວະດາ.

(ເຮັດພາຫວານຂໍຂະມານຳເຈົ້າທີ່ເຈົ້າຖານເຈົ້າດິນເຈົ້າດອນເຈົ້າເຮືອນເຈົ້າຊານເຈົ້າກຳນາຍເວນເຈົ້າແມ່ນາງທໍລະນີເຈົ້າແມ່ຄົງຄາເທວະບຸດເທວະດາ )

+  ບໍ່ເຊື່ອຢ່າລົບຫລູ່ອັນໃດທີ່ເຮົາເຮັດເຮົາຫາຢູ່ມັນຂ້ອງມັນຄາກາຊິດີຂຶ້ນຫາເງິນຫາຄ່ຳກາສະດວກສະບາຍຊີວິດດີຂຶ້ນ ເຮັດອັນໃດບໍ່ເປັນຕາໄດ້ກາໄດ້ອັນໃດຈະດີອາທິຖານເອົາຕາມໃຈມັກ

+ ວິທີເຮັດ:ເຮັດຕອນເຊົ້າ7-10ໂມງເຊົ້າ (ຫ້າມເຮັດຕອນແລງກັບຕອນສວຍ)ຫັນໜ້າໄປທາງທິດຕາເວັນອອກ (ຫ້າມຫັນໄປທາງທິດຕາເວັ້ນຕົກເດັດຂາດ)

+ ເຮັດພາຫວານມີ : ໝາກໄມ້3ຢ່າງກັບເຂົ້າ5ຄຳ , ເຮັດ7ພາເບິ່ງຕາມຮູບເລີຍ , ນຳ້7ຈອກ , ແຕ່ງຂັນ5 ຂັນ5ມີ ໃບໝາກຍົມ ,ໃບດອກຮັກ , ໃບຄູນ , ໃບດອກດາວເຮືອງໃບໝາກຮຸ່ງ , ທຽນໃສ່ໃນຂັນ5ໃສ່ໃນດອກໄມ້ເລີຍໃສ່ຈວຍລະຄູ່ຕ້ອງທຽນຂາວເດີ້ ແລະ ກັ້ນຫາຍໃຈກຳເອົາທູບຕາມໃຈ ບໍ່ຕ້ອງນັບໃສ່ ເພິ່ນວ່າຖ້ານັບມັນຊິເປັນການລໍຄ່ອຍຊີວິດ ບໍ່ໃຫ້ນັບໃຫ້ກັ້ນຕາມໃຈແລະກຳເອົາຕາມຄວາມເໝາະສົມ

+ ວິທີເວົ້າ:ກ່ອນເຮັດໃຕ້ທຽນນຳຄູ່1 ໃຕ້ທູບທີ່ກຳມາແລ້ວວາງໃສຂັນ5 ແລ້ວຍໍຂັນ5ຂຶ້ນ ສາທຸ.ສາທຸ.ສາທຸ.ຂ້າພະເຈົ້າຊື່…. ພ້ອມດ້ວຍຄອບຄົວ ມື້ນີ້ລູກມີຂັນ5ພ້ອມພາຫວານ7ພາ ຂໍບູຊາເຈົ້າທີ່ເຈົ້າຖານເຈົ້າກຳນາຍເວນ ຂໍອານຸຍາດ 16ຊັ້ນຟ້າ15ຊັ້ນດິນ14ເຈົ້າແມ່ຄົງຄາ7ເຈົ້າແມ່ນາງທໍລະນີ ມື້ນີ້ວັນນີ້ຂ້ານ້ອຍຊື່…

+ ເວົ້າຕໍ່ : ໄດ້ບູຊາເຮືອນຊານເຈົ້າທີ່ເຈົ້າຖານ ຂໍໃຫ້ປົກປັກຮັກສາເອົາຄອບຄົວລູກຫລານ ຜູ້ໃດທີ່ຕົກທຸກໄດ້ຍາກກາຂໍໃຫ້ສຸກຍິ່ງໆຂຶ້ນໄປ ຂໍໃຫ້ຢູ່ດີມີແຮງ ຢ່າເຈັບຢ່າໄຂ້ ຂໍບຸນທຳມາຂໍບາລະມີໃຫ້ເກີດ ຖ້າວ່າລູກຫລານເຮັດຜິດພາດ ໄປບໍ່ຊ່າງຍ່າງບໍ່ງາມ ຂໍໃຫ້ເຈົ້າທີ່ເຈົ້າຖານເຈົ້າດິນເຈົ້າດອນເຈົ້າເຮືອນເຈົ້າຊານເຈົ້າກຳນາຍເວນເຈົ້າແມ່ນາງທໍລະນີ ເຈົ້າແມ່ຄົງຄາເທວະບຸດເທວະດາ ຈົ່ງເອົາໂຫສິກຳໃຫ້ແກ່ລູກຫລານດ້ວຍເທີ້ນ…

+ ເວົ້ນຕໍ່ : ເຮັດອັນໃດກາຂໍໃຫ້ຂຶ້ນໃຫ້ເກີນ ເງິນໄຫລນອງທອງໄຫລມາບໍ່ຂາດເຂີນ ເຮັດທຸລະກິດອັນໃດກາຂໍໃຫ້ຊື້ໄດ້ຂາຍງ່າຍ ທຳມາຄ້າຂຶ້ນ ເຮັດຄ້າຂາຍທຸລະກິດອັນໃດກາຂໍໃຫ້ມີແຕ່ຄົນຮັກຄົນມັກໃນສິນຄ້າລູກດ້ວຍ… ຂໍໃຫ້ທຸລະກິດກ້າວໄກໄປຕະຫລອດການດ້ວຍເທີ້ນ…ໄປທາງໃດມາທາງໃດກາມີແຕ່ຄົນຮັກຄົນຫອມ ຊີວິດບໍ່ຂັດສົນ…ສາທຸ…+ ເວົ້ນຕໍ່ : ເຮັດອັນໃດກາຂໍໃຫ້ຂຶ້ນໃຫ້ເກີນ ເງິນໄຫລນອງທອງໄຫລມາບໍ່ຂາດເຂີນ ເຮັດທຸລະກິດອັນໃດກາຂໍໃຫ້ຊື້ໄດ້ຂາຍງ່າຍ ທຳມາຄ້າຂຶ້ນ ເຮັດຄ້າຂາຍທຸລະກິດອັນໃດກາຂໍໃຫ້ມີແຕ່ຄົນຮັກຄົນມັກໃນສິນຄ້າລູກດ້ວຍ… ຂໍໃຫ້ທຸລະກິດກ້າວໄກໄປຕະຫລອດການດ້ວຍເທີ້ນ…ໄປທາງໃດມາທາງໃດກາມີແຕ່ຄົນຮັກຄົນຫອມ ຊີວິດບໍ່ຂັດສົນ…ສາທຸ…

ອັນໃດຈະດີກາອະທິຖານເອົາຕາມຄວາມເໝາະສົມເລີຍຫລັງຈາກແລ້ວປັກທູບລົງດິນ ແລ້ວເອົາພາຫວານໄປຍາຍໃສ່ຫໍ່ພະພູມ ໃສ່ຮ້ານພະ4ແຈເຮືອນ ແຊຣໄວ້ເຮັດ ໃຜບໍ່ເຊື່ອກາບໍ່ຕ້ອງລົບຫລູ່ ຕາມຄວາມເຊື່ອ ເຮັດມາມັນດີແທ້ຈຶ່ງຢາກບອກຕໍ່

ທີ່ມາ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.