Breaking News

ໂຮງຮຽນ 712 ສໍາເລັດການອົມຮົມໃຫ້ນັກຮຽນກໍ່ສ້າງນາຍສິບ ປະຈຳປີ 2020-2021

ໃນວັນທີ 17 ມິຖຸນາ 2021 ຜ່ານມານີ້. ໂຮງຮຽນ 712 ໄດ້ຈັດພິທີປິດຊຸມອົມຮົມໃຫ້ແກ່ນັກຮຽນກໍ່ສ້າງຍນາຍສິບ ຊຸດທີ່ III ປະຈໍາປີ 2020-2021 ທີ່ເດີ່ນໂຮງຮຽນ 712.

ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ມີເຈົ້າເມືອງທ່າພະບາດ, ໂຮງຮຽນ, ກອງບັນຊາການ ປກສ-ປກຊ ເມືອງອ້ອມຂ້າງ, ຄູ-ອາຈານ ພ້ອມດ້ວຍນັກຮຽນເຂົ້າຮ່ວມ.

ສະຫາຍ ພັນໂທ ຈັນພອນ ທອງສອນ ຄະນະພັກ ຫົວໜ້າພະແນກອົມຮົມໂຮງຮຽນ 712 ໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງອົບຮົມໃຫ້ແກ່ນັກຮຽນກໍ່ສ້າງນາຍສິບຈໍານວນ 202 ສະຫາຍ ຜ່ານມາເປັນເວລາ 10 ເດືອນ, ໃນນີ້ວິຊາທີ່ນໍາມາອົບຮົມລວມມີ: ສິນລະປະຍຸດ, ຍຸດທະວິທີ, ການເມືອງ ແລະ ລະບຽບງົດງາມ, ຄອມພິວເຕີ, ພາສາອັງກິດ, ກົດໝາຍຊາຍແດນ, ສືບຂ່າວຊາຍແດນ, ຄຸ້ມຄອງປ້ອງກັນຊາຍແດນ.

ຜ່ານການຮຽນສາມາດບັນລຸຜົນສໍາເລັດໄດ້ຄື: ຜົນການສອບເສັງປະເພດດີເລີດໄດ້ 125 ສະຫາຍ, ດີ 77 ສະຫາຍ. ຈາກຜົນການຮຽນ ແລະ ການສອບເສັງໃນຄັ້ງນີ້ເຮັດໃຫ້ນັກຮຽນດີ, ຮຽນເກັ່ງໄດ້ຮັບການຍ້ອງຍໍຈຳນວນ 50 ສະຫາຍ, ໃນນັ້ນ.ໄດ້ຮັບການຍ້ອງຍໍຂັ້ນກົມຊາຍແດນ ຈຳນວນ 20 ສະຫາຍ ແລະ ຂັ້ນໂຮງຮຽນ ຈໍານວນ 30 ສະຫາຍ.

ນີ້ມັນສະແດງເຖິງຜົນງານດີເດັ່ນຂອງນັກຮຽນຜູ້ທີ່ເອົາໃຈໃສໃນການຄົ້ນຄົ້ວຮໍ່າຮຽນຮອບດ້ານ. ພ້ອມຈັດພິທີມອບໃບປະກາສະນີຍະບັດໃຫ້ແກ່ນັກຮຽນກໍ່ສ້າງນາຍຊຸດທີ III ຢ່າງສົມກຽດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.