ອີງຕາມການລາຍງານຂອງສະຖານເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈຳ ສປປ.ລາວ ໃນວັນທີ 19 ມິຖຸນາ 2021 ນີ້, ລະບຸວ່າ ກະຊວງປ້ອງກັນປະເທດ ສ.ອາເມຣິກາ ກຳລັງກະກຽມສົ່ງເຄື່ອງຊ່ວຍເຫຼືອ ເພື່ອຊ່ວຍຕິດຕາມ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ມາຍັງ ສປປ.ລາວ.

ເຖິງຢ່າງໃດກໍ່ຕາມ, ສະຖານທູດ ສ.ອາເມຣິກາ ບໍ່ໄດ້ລະບຸລາຍລະອຽດກ່ຽວກັບເຄື່ອງຊ່ວຍເຫຼືອ, ແຕ່ລະບຸມູນຄ່າຂອງເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນ 71,000 ໂດລາສະຫະລັດ, ເຊິ່ງກຳລັງນຳຂຶ້ນຍົນໂບອິ້ງ C-17 ແລະ ຈະເດີນທາງເຖິງ ສປປ.ລາວ ວັນໃນວັນຄານ ທີ 22 ມິຖຸນາ 2021 ນີ້ ເພື່ອມອບໃຫ້ແກ່ກະຊວງສາທາລະນະສຸກ.
