Newsupdate ຕມ ຈັງຫວັດໜອງຄາຍວຸ່ນ ພົບໜຸ່ມໄທ-ສາວລາວລັກລອບເຂົ້າເມືອງແຖມຕິດໂຄວິດ

ຕຳຫຼວດກວດຄົນເຂົ້າເມືອງຈັງຫວັດໜອງຄາຍຫຼື ຕມ ເຂົ້າແຈ້ງດຳເນີນຄະດີກັບໜຸ່ມຄົນໄທ2ຄົນແລະສາວລາວ1ຄົນ ລວມເປັນ3ຄົນ ລັກລອບເຂົ້າອອກປະເທດແລະຜິດກົດໝາຍ ແລະ ຕໍ່ມາພົບວ່າທັງ3ຄົນຕິດເຊື້ອໂຄວິດ.

ຂະນະນີ້ໄດ້ເຂົ້າຮັກສາໂຕຢູ່ໂຮງໝໍໜອງຄາຍ ຕຳຫຼວດຂໍຈັບໂຕຖ້າຫາກຮັກສາດີແລ້ວ ແລະ ຈະຄຸມຕົວໄປດຳເນີນຄະດີ ຂໍ້ຫາລັກລອບເຂົ້າອອກປະເທດແລະປົກປິດຂໍ້ມູນການເດີນທາງ ຈົນນຳເຊື້ອໂຄວິດໄປແພ່ລະບາດທັງໃນປະເທດໄທ ແລະ ປະເທດລາວ.

Newsupdate