Breaking News

ນະຄອນຫຼວງ​ ອະນຸຍາດໃຫ້ເປິດຕະຫລາດນັດສວນເຈົ້ົ້ົ້າອານຸວົງ ບໍ່ໃຫ້ກາຍ 22:00

🔥ນະຄອນຫຼວງ​ ອະນຸຍາດໃຫ້ເປິດຕະຫລາດນັດສວນເຈົ້າອານຸວົງ,​ ສ່ວນທ່ານໃດຈະເດີນທາງເຂົ້າ-ອອກ​ ນະຄອນຫຼວງ ຕ້ອງມີໃບຢັ້ງຢືນການຮັບວັກຊີນຄົບ 2 ເຂັມ.

ທ່ານ ດຣ. ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ​ (ນວ)​ ຕ່າງໜ້າຄະນະສະເພາະກິດ​ນະຄອນຫຼວງວຽງຈັນ​ ກ່າວເນື່ອງໃນໂອກາດເຂົ້າຮ່ວມຖະແຫຼງຂ່າວການລະບາດຂອງເຊື້ອພະຍາດໂຄວິດ-19 ປະຈຳວັນທີ 20 ມິຖຸນາ 2021​ ບາງຕອນວ່າ: ກມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 20 ມິຖຸນາ ເຖິງ 4 ກໍລະກົດ 2021 ໂດຍແມ່ນໃຫ້ເອົາໃຈໃສ່ປະຕິບັດບາງມາດຕະການຄື: ໃຫ້ເອົາໃຈໃສ່ປະຕິບັດຕາມຄຳສັ່ງ ແລະ ແຈ້ງການຢ່າງເຂັ້ມງວດ; ໃຫ້ເອົາໃຈໃສ່ຄົ້ນຫາຜູ້ຕິດເຊື້ອມາປິ່ນປົວ ແລະ ຄົ້ນຫາຜູ້ໃກ້ຊິດຜູ້ຕິດເຊື້ອມາເກັບຕົວຢ່າງ ພ້ອມຈຳກັດບໍລິເວນ, ພ້ອມນີ້ສືບຕໍ່ສັກວັກຊີນໃຫ້ກຸ່ມເປົ້າໝາຍໃຫ້ບັນລຸຄາດໝາຍ; ເປີດຮ້ານຕັດຜົມ, ຮ້ານເສີມສວຍ ໃຫ້ຕັດແຕ່ຜົມ ແລະ ສະຜົມ ພ້ອມເຮັດເລັບ.

ບໍ່ໃຫ້ນວດໜ້າ, ແລະ ຄວັດຂີ້ຫູ,​ ຜູ້ຕັດ ແລະ ຜູ້ໄປໃຊ້ບໍລິການຕ້ອງປະຕິບັດມາດຕະການປ້ອງກັນ; ສ່ວນຕະຫຼາດນັດແຄມຂອງສວນເຈົ້າອານຸວົງ ແລະ ບ່ອນອື່ນໆ ແມ່ນໃຫ້ເປີດບໍ່ໃຫ້ເກີນ 22:00 ໂມງ.ທ່ານໃດຈະໄປອອກກຳລັງກາຍນອກສະຖານທີ່ ແມ່ນໃຫ້ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ; ຫ້າມຕັ້ງວົງຊຸມແຊວທາດເຫຼົ້າ; ຫ້າມຂາຍເຄື່ອງຢູ່ສະໜາມຫຼວງເດັດຂາດ; ບໍ່ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ; ການເດີນທາງເຂົ້າອອກ ນວ ຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດແຕ່ລະຂັ້ນ; ສຳລັບທ່ານໃດທີ່ເປັນປະຊາຊົນທົ່ວໄປຈະເດີນທາງເຂົ້າອອກນະຄອນຫຼວງວຽງຈັນແມ່ນໃຫ້ເຂົ້າ-ອອກໄດ້ ແຕ່ຕ້ອງມີໃບຢັ້ງຢືນການສັກວັກແຊງຄົບ 2 ເຂັ້ມມາຢືນຢັນ. ຫາກແມ່ນນັກການທຸດ ແລະ ຊຽວຊານ ແລະ ວິຊາການ ແມ່ນໃຫ້ມີໃບສະເໜີຈາກອົງການ ແລະ ສະຖານທູດຂອງຕົນ, ຈາກອົງການຈັດຕັ້ງຂອງຕົນ ; ເຮືອທີ່ອອກໄປທຳການຜະລິດ ແລະ ຊອກກິນ ແມ່ນອະນຸຍາດແຕ່ 8:00-18:00 ໂມງ;

ການຂົນສົ່ງທຸກປະເພດ ຜູ້ໂດຍສານຕ້ອງໄດ້ຮັບວັກແຊງຄົບ 2 ເຂັມ, ບ່ອນນັ່ງຕ້ອງຈັດໃຫ້ຫ່າງກັນຢ່າງໜ້ອຍ 1 ແມັດ ພ້ອມແທກອຸນຫະພູມ ແລະ ໃສ່ຜ້າປິດປາດ-ດັງ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.