Breaking News

ຮູ້ກ່ອນ ຈະອອກເດີນທາງເຂົ້າ -ອອກ ນະຄອນຫຼວງວຽງຈັນ ໄລຍະ 15 ມື້ຕໍ່ຈາກນີ້(ຄລິບ)

ຫຼັງຈາກມີການລາຍງານລາຍລະອຽດມື້ນີ້ 20 ມິຖຸນາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ 3 ກໍລະນີ ໃນນັ້ນ 2 ກໍລະນີ ໃນນະຄອນຫຼວງວຽງຈັນ ແລະ ອີກ 1 ກໍລະນີ ແມ່ນ ສະຫວັນນະເຂດ.

ກ່ອນທີ່ ທ່ານ ດຣ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ຮອງຫົວໜ້າ ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ໄດ້ລາຍງານເງື່ອນໄຂການເຂົ້າ-ອອກ ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 20 ມິຖຸນາ – 4 ກໍລະກົດ 2020 (ດັ່ງວີດີໂອລຸ່ມນີ້ )

ໂດຍເງື່ອນໄຂການເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ ມີດັ່ງນີ້:1.1 ການເຂົ້າອອກ ນະຄອນຫຼວງວຽງຈັນ ທີ່ບໍ່ຈໍາເປັນຂໍຫນັງສືອະນຸຍາດເດີນທາງ: ຂະບວນລົດຜູ້ນໍາ, ລົດສະຫຼາມ, ລົດສົ່ງຄົນເຈັບ, ລົດກູ້ໄພ, ລົດດັບເພີງ ແລະ ລົດຄະນະສະເພາະກິດ, ລົດຂົນສົ່ງສິນຄ້າ, ຂົນສົ່ງໂຄງການ ແລະ ເຄື່ອງຮັບໃຊ້ການຜະລິດ;1.2 ຜູ້ທີ່ໄດ້ຮັບວັກຊີນຄົບ 2 ເຂັ້ມ ແຕ່ຕ້ອງແຈ້ງບັດຢັ້ງຢືນການສັກວັກຊີນ ແລະ ບັດປະຈໍາຕົວ ຫຼື ຫນັງສືເດີນທາງ (PASSPORT) ຕໍ່ເຈົ້າຫນ້າທີ່ປະຈໍາດ່ານກວດກາທຸກຄັ້ງ;1.3. ຜູ້ປິ່ນປົວຫາຍດີ ຈະກັບພູມລໍາເນົາ ໃຫ້ນໍາໃຊ້ໃບຢັ້ງຢືນອອກໂຮງຫມໍ ແຈ້ງຕໍ່ເຈົ້າຫນ້າທີ່ປະຈໍາດ່ານກວດກາທຸກຄັ້ງ;

2. ການເຂົ້າ-ອອກ ນະຄອນຫຼວງວຽງຈັນ ທີ່ຕ້ອງຂໍຫນັງສືອະນຸຍາດເດີນທາງ:2.1. ນັກການທູດ, ຊ່ຽວຊານ, ວິຊາການ ຈາກອົງການຈັດຕັ້ງສາກົນ: ໃຫ້ມີໃບສະເຫນີຈາກສະຖານທູດ ຫຼືອົງກາງຂອງຕົນ ເພື່ອຂໍອະນຸຍາດຈາກກະຊວງການຕ່າງປະເທດ ຫຼື ກະຊວງສາທາລະນະສຸກ ຫຼືຄະນະສະເພາະກິດ ຂັ້ນສູນກາງ;

2.2. ພະນັກງານຂອງລັດ ຂັ້ນສູນກາງ ແລະ ກໍາລັງ ປກຊ-ປກສ ໃຫ້ຂໍອະນຸຍາດຈາກການຈັດຕັ້ງຂອງຕົນ;2.3. ພະນັກງານລັດຂັ້ນທ້ອງຖິ່ນ, ພະນັກງານວິສາຫະກິດ ໃຫ້ມີໃບສະເຫນີຈາກພາກສ່ວນຕົນ ຫາພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ;

2.4. ນັກບວດ: ໃຫ້ມີໃບສະເຫນີຈາກວັດ, ໂບດ ຫຼື ອົງການປົກຄອງບ້ານຂອງຕົນ ຫາພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ;2.5. ປະຊາຊົນລາວ, ຄົນຕ່າງດ້າວ ແລະ ຊາວຕ່າງປະເທດ: ໃຫ້ມີໃບສະເຫນີຂອງຕົນໂດຍຜ່ານອົງການປົກຄອງບ້ານ ຫາພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ;

3. ບຸກຄົນທີ່ບໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ ແມ່ນ ຜູ້ທີ່ຢູ່ເຂດບ້ານແດງ, ຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ຜູ້ຖືກຈໍາກັດບໍລິເວນ ແລະ ຜູ້ທີ່ປິ່ນປົວຫາຍດີຈາກພະຍາດ COVID-19 ທີ່ຈໍາ ກັດບໍລິເວນບໍ່ຄົບ 14 ມື້.ລາຍລະອຽດການປະກອບເອກະສານ ແມ່ນໄດ້ລະບຸແຈ້ງໃນ ແຈ້ງການ ສະບັບເລກທີ 15/ສພກ,ນວ ລົງວັນທີ 19 ມິຖຸນາ 2011.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.