ເປັນຄັ້ງທຳອິດ ແລະ ເປັນບາດກ້າວສຳຄັນໃນລະບົບກົດໝາຍຂອງ ສປປ ລາວ ກໍຄື ຂະບວນການຍຸຕິທຳຂອງລາວ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະບັນຍັດວ່າດ້ວຍການດຳເນີນຄະດີປົກຄອງ ສະບັບເລກທີ 001/ປປທ, ລົງວັນທີ 19 ມີນາ 2021.

ໃນໄລຍະຜ່ານມາ ພວກເຮົາ ຈະເຫັນ ແລະ ມີຄວາມລຶ້ງເຄີຍກ່ຽວກັບຄຳວ່າ ຄະດີແພ່ງ ແລະ ຄະດີອາຍາ ຈົນຫລາຍທ່ານກໍສາມາດຈໍາແນກຄວາມແຕກຕ່າງທັງສອງຢ່າງນີ້ໄດ້ແລ້ວ ແຕ່ຕໍ່ໄປນີ້ ພວກເຮົາ ຈະໄດ້ຍິນຄຳວ່າ “ຄະດີປົກຄອງ” ຕື່ມອີກ ເນື່ອງຈາກຕາມລັດຖະບັນຍັດສະບັບນີ້ ໄດ້ເປີດ-ໃຫ້ສິດແກ່ຜູ້ຖືກເສຍຫາຍ ສາມາດຮ້ອງຟ້ອງເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຕາມກົດໝາຍຂອງຕົນ ຈາກການກະທຳ ຫລື ການອອກ ຫລື ການຍົກເລີກ ຂໍ້ຕົກລົງ, ຄໍາສັ່ງ ຫລື ໃບອະນຸຍາດ ແລະ ອື່ນໆ ໂດຍອົງການຈັດຕັ້ງລັດ ຫລື ພະນັກງານ-ລັດຖະກອນ ຊຶ່ງລວມທັງນາຍບ້ານ.

ເພື່ອໃຫ້ເຂົ້າໃຈລະອຽດ ແລະ ເຫັນພາບກ່ຽວກັບຂອບເຂດສິດອຳນາດຂອງຄະນະສານປົກຄອງທີ່ຖືກສ້າງຕັ້ງຂຶ້ນມາໃໝ່ນີ້ມີຫຍັງແນ່ ພວກເຮົາ ຈະໄປເບິ່ງມາດຕາ 16 ຂອງລັດຖະບັນຍັດສະບັບດັ່ງກ່າວ ທີ່ບັນຍັດໄວ້ວ່າ ຄະນະສານປົກຄອງ ມີສິດອຳນາດພິຈາລະນາຕັດສິນຄະດີຕາມ ແຕ່ລະປະເພດ ດັ່ງນີ້:

1. ການອອກ, ການໂຈະ ຫລື ການຍົກເລີກ ຂໍ້ຕົກລົງ, ຄຳສັ່ງ ຫລື ໃບອະນຸຍາດ ກ່ຽວກັບການຜະລິດ, ທຸລະກິດ, ກິດຈະການອື່ນ ແລະ ການຄຸ້ມຄອງທີ່ດິນ ທີ່ບໍ່ຖືກຕ້ອງ;

2. ການລົງວິໄນ ຫລື ໃຫ້ອອກຈາກລັດຖະການ ທີ່ບໍ່ຖືກຕ້ອງ;
3. ການຍົກເລີກ ຫລື ການສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ທີ່ບໍ່ຖືກຕ້ອງ;
4. ຄວາມຜິດພາດ ໃນການຂຶ້ນບັນຊີຜູ້ມີສິດປ່ອນບັດເລືອກຕັ້ງ ຊຶ່ງຄະນະກຳມະການເລືອກຕັ້ງບໍ່ສາມາດແກ້ໄຂ.
5.ການເມີນເສີຍ ຫລື ການຊັກຊ້າ, ແກ່ຍາວ ໂດຍບໍ່ມີເຫດຜົນ ໃນການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ລັດ ແລະ ພົນລະເມືອງ;
6. ການກະທຳ ຂອງພະນັກງານ-ລັດຖະກອນ ກ່ຽວກັບການປັບໃໝ, ການເກັບພາສີ, ການເກັບອາກອນ, ຄ່າທຳນຽມ, ຄ່າບໍລິການ, ພັນທະອື່ນ, ຮິບຊັບສິ່ງຂອງ ແລະ ການນຳເຂົ້າຊັບສິ່ງຂອງ ຂອງຜູ້ອື່ນ ທີ່ບໍ່ຖືກຕ້ອງຕາມກົດໝາຍ;
7. ຂໍ້ຕົກລົງ ກ່ຽວກັບການແລກປ່ຽນ ຫລື ການຊົດເຊີຍ ທີ່ບໍ່ຖືກຕ້ອງ;
8. ການກະທຳທີ່ບໍ່ຖືກຕ້ອງ ກ່ຽວກັບຄວາມຮັບຜິດຊອບ ລະຫວ່າງອົງການຈັດຕັ້ງລັດດ້ວຍກັນ;
9. ຄະດີອື່ນ ກ່ຽວກັບບັນຫາ ທາງປົກຄອງ ຫລື ທາງບໍລິຫານ ຕາມການຕົກລົງຂອງສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ.
ສຳລັບບັນຫາກ່ຽວກັບ ຄວາມລັບຂອງຊາດ, ຄວາມໝັ້ນຄົງ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ບໍ່ໃຫ້ນຳມາພິຈາລະນາ. ໃນຄະດີການປົກຄອງ ທີ່ກ່ຽວກັບບັນຫາ ການປົກຄອງ ຫລື ທາງບໍລິຫານ ອາດຈະເກີດຂຶ້ນ ລະຫວ່າງ:
1. ອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ ກັບ ອົງການຈັດຕັ້ງ ແລະ ພົນລະເມືອງ;
2. ອົງການຈັດຕັ້ງລັດ ກັບ ພະນັກງານ-ລັດຖະກອນ;
3. ພະນັກງານ-ລັດຖະກອນ ທີ່ມີຕຳແໜ່ງບໍລິຫານ ກັບ ພະນັກງານ-ລັດຖະກອນທົ່ວໄປ;
4. ອົງການຈັດຕັ້ງລັດ ກັບ ອົງການຈັດຕັ້ງລັດ.
ຖ້າທ່ານໃດສົນໃຈລາຍລະອຽດເພີ່ມຕື່ມ ຫລື ຕ້ອງການສຶກສາເພີ່ມຕື່ມ ກໍສາມາດ ດາວໂລດ ລັດຖະບັນຍັດສະບັບດັ່ງກ່າວໂດຍການກົດທີ່ ລິງ ນີ້http://laoofficialgazette.gov.la/index.php?r=site/list&legaltype=9&old=0