Breaking News

ຊາຍຊາວອິນເດຍໄດ້ເຊື່ອງແຟນຂອງລາວໄວ້ໃນເຮືອນເປັນເວລາ 11 ປີ, ຄົນໃນເຮືອນບໍ່ຮູ້ ອ້າງວ່າຢ້ານແມ່ບໍ່ຍອມຮັບ

ຜູ້ຊາຍຊາວອິນເດຍໄດ້ເຊື່ອງແຟນຂອງລາວໄວ້ໃນເຮືອນເປັນເວລາ 11 ປີ, ຄົນໃນເຮືອນບໍ່ຮູ້ ອ້າງວ່າຢ້ານແມ່ບໍ່ຍອມຮັບທ້າວ ລາດສະມັນ ຄານີ ຊາຍອາຍຸ 34 ປີ, ຈາກ Kerala, ອິນເດຍ, ແລະ ແຟນຂອງລາວຊື່ ນາງ ສາຈິຕາ ອາຍຸ 28 ປີ.

ຢູ່ໃນໝູ່ບ້ານດຽວກັນ. ທັງສອງໄດ້ ໜີໄປພ້ອມກັນໃນປີ 2010 ຍ້ອນວ່າ ລາດສະມັນ ຢ້ານວ່າຄອບຄົວຂອງລາວຈະບໍ່ຍອມຮັບແຟນຂອງລາວ. ເພາະວ່າພວກເຂົາທັງສອງນັບຖືສາດສະໜາແຕກຕ່າງກັນ.

ແຕ່ບໍ່ດົນຫລັງຈາກໄດ້ຫລົບໜີ ທ້າວ ລາກສະມັນ ໄດ້ເອົາແຟນສາວຂອງລາວກັບຄືນສູ່ເຮືອນຂອງຕົນເອງຢ່າງລັບໆ, ໂດຍ ນາງ ສາຈິຕາ ຕົກລົງທີ່ຈະປະຖິ້ມອິດສະຫຼະພາບຂອງນາງເພື່ອຄວາມຮັກ ແລະ ເພື່ອໃຫ້ໄດ້ຢູ່ກັບຄົນຮັກຂອງຕົນ.

ຕະຫຼອດໄລຍະເວລາທີ່ຜ່ານມາ ທ້າວ ລາດສະມັນ ໄດ້ພະຍາຍາມທຸກວິທີທາງທີ່ເປັນໄປໄດ້. ເພື່ອບໍ່ໃຫ້ຄອບຄົວທີ່ຢູ່ໃນເຮືອນເຂົ້າໄປວົນວາຍກັບຫ້ອງຂອງລາວຢ່າງເດັດຂາດ ລາວຈະລັອກປະຕູຂອງຫ້ອງໄວ້ແຫນ້ນໆທຸກຄັ້ງທີ່ລາວອອກໄປ. ແລະ ບາງຄັ້ງລາວກໍ່ປ່ອຍກະແສໄຟຟ້າໃສ່ປະຕູເຮືອນ. ເພື່ອປ້ອງກັນບໍ່ໃຫ້ຄົນໃນເຮືອນເປີດຫ້ອງລາວ.

ເຖິງຢ່າງໃດກໍ່ຕາມ, ຄວາມລັບບໍ່ມີໃນໂລກ ເພາະຄວາມລັບໄດ້ຖືກເປີດເຜີຍຫຼັງຈາກທີ່ຄູ່ບ່າວສາວຕັດສິນໃຈຍ້າຍໄປຢູ່ນຳກັນໃນເຮືອນອື່ນ. ໂດຍບໍ່ມີການບອກໃຜ ພໍ່ແມ່ຂອງ ລາດສະມັນ ໄດ້ແຈ້ງຄວາມໃຫ້ຕຳຫຼວດຊ່ວຍຊອກຫາລູກຊາຍທີ່ຫາຍຕົວໄປກ່ອນທີ່ພວກເຂົາຈະພົບເຫັນຢູ່ໃນເຮືອນທີ່ເຊົ່າ.

ໃນບ້ານໃກ້ຄຽງ ແລະ ສືບຫາເລື່ອງລາວນີ້ຈົນກະຈ່າງແຈ້ງ.ແຕ່ໃນທີ່ສຸດຕຳຫຼວດໄດ້ຍົກເລື່ອງນີ້ໃຫ້ສານຕັດສິນຕາມຂະບວນການ ແລະ ສານໄດ້ອານຸຍາດໃຫ້ທັ່ງຄູ່ສາມາດຢູ່ນຳກັນໄດ້.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.