ໃນໄລຍະວັນທີ 23 – 27 ມິຖຸນາ 2021 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງແຮງ ຈະປົກຄຸມ ທົ່ວທຸກພາກ ແລະ ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກ ເຫນືອ, ພາກກາງ ແລະ ພາກໃຕ້.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້: ພາກເຫນືອດ້ານຕາເວັນອອກ: ໃນໄລຍະວັນທີ 21 – 22 ມິຖຸນາ 2001 ອາກາດຮ້ອນ ແລະ ມີຝົນຕົກຫນ້ອຍ, ຈາກນັ້ນ ໄລຍະວັນທີ 22 – 27 ມິຖຸນາ ຈະມີຝົນຕົກຫຼາຍເພີ່ມຂຶ້ນໃນລະດັບຄ່ອຍ ຫາ ປານກາງ ເປັນສ່ວນໃຫຍ່ ແລະ ຕົກຫນັກ ຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 32 – 34 ອົງສາ.
່ ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິ ລະມັດລະວັງ ຕໍ່ສະພາບອາກາດຮ້ອນ ເອົ້າ ແລະ ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ ແລະ ດິນເຈື່ອນ ເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງ ພາກເຫນືອ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມບໍ່ຄວນໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພື່ອຫຼີກລ່ຽງຜົນກະທົບຈາກຟ້າຜ່າ.
ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດ ແລະ ລະດັບນ້ໍາຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.