Breaking News

ລະວັງ..!! ອາກາດຮ້ອນເອົ້າ ແລະ ມີຝົນຕົກ,ລົມພັດແຮງ,ຟ້າຮ້ອງຟ້າເຫຼື້ອມ ໄລຍະວັນທີ 22-27 ມິຖຸນາ 2021

ໃນໄລຍະວັນທີ 23 – 27 ມິຖຸນາ 2021 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງແຮງ ຈະປົກຄຸມ ທົ່ວທຸກພາກ ແລະ ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກ ເຫນືອ, ພາກກາງ ແລະ ພາກໃຕ້.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້: ພາກເຫນືອດ້ານຕາເວັນອອກ: ໃນໄລຍະວັນທີ 21 – 22 ມິຖຸນາ 2001 ອາກາດຮ້ອນ ແລະ ມີຝົນຕົກຫນ້ອຍ, ຈາກນັ້ນ ໄລຍະວັນທີ 22 – 27 ມິຖຸນາ ຈະມີຝົນຕົກຫຼາຍເພີ່ມຂຶ້ນໃນລະດັບຄ່ອຍ ຫາ ປານກາງ ເປັນສ່ວນໃຫຍ່ ແລະ ຕົກຫນັກ ຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິ ລະມັດລະວັງ ຕໍ່ສະພາບອາກາດຮ້ອນ ເອົ້າ ແລະ ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ ແລະ ດິນເຈື່ອນ ເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງ ພາກເຫນືອ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມບໍ່ຄວນໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພື່ອຫຼີກລ່ຽງຜົນກະທົບຈາກຟ້າຜ່າ.

ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດ ແລະ ລະດັບນ້ໍາຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.