ເປັນຮູບສະເທືອນໃຈຕໍ່ການຈາກໄປອີກ 2 ຊີວິດຂອງຜົວເມຍຄູ່ໜຶ່ງ ທີ່ຕິດເຊື້ອໂຄວິດ-19 ຈັບມືກັນກ່ອນຈະສິ້ນລົມຫາຍໃຈ.ສຳນັກຂ່າວເດລີ ເມລ ລາຍງານວ່າ: ມາກາເຣັດ ແລະ ເດເຣັກ ຟິດ ອາຍຸ 91 ປີ ເສຍຊີວິດຢູ່ໂຮງໝໍແທຣບຟອດ ປະເທດອັງກິດ ໃໃນໃນອາທິດຜ່ານມາ

ເຊິ່ງທັງສອງອາໄສຢູ່ເມືອງພາທິງຕັນ ແລະ ຄົບຫາເບິ່ງໃຈກັນມາແຕ່ອາຍຸ 14 ປີ ທັງສອງແຕ່ງດອງກັນໃນປີ 1951 ແລະ ມີລູກນຳກັນທັງໝົດ 5 ຄົນ. ລູກສາວຂອງທັງສອງບອກວ່າ: ພໍ່ກັບແມ່ຈະມັກໄປສັງສັນ ແລະ ທ່ຽວທ່ຽວຫລິ້ນພັກຜ່ອນໃນມື້ພັກຈົນເລີ່ມບໍ່ສະບາຍ, ມາກາເຣັດ ບໍ່ສະບາຍ ແລະ ປິ່ນປົວຢູ່ໂຮງໝໍໄວເທນຊໍ, ແຕ່ໄດ້ຍ້າຍມາຢູ່ໂຮງໝໍແທຣບຟອດໃນພາຍຫລັງ.

ຫລັງຈາກນັ້ນ ເດເຣັກ ຜູ້ເປັນຜົວກໍບໍ່ສະບາຍເຊັ່ນກັນ ຈຶ່ງເຂົ້າຮັບການປິ່ນປົວຢູ່ໂຮງໝໍໄວເທນຊໍຄືກັນ, ແຕ່ໄດ້ຍ້າຍມາຢູ່ໂຮງໝໍແທຣບຟອດ ເພື່ອເຝົ້າຕິດຕາມພັນລະຍາ ເນື່ອງຈາກແພດບອກວ່ານາງຈະມີຊີວິດຢູ່ໄດ້ອີກບໍ່ດົນ.
ທັງສອງຢູ່ນຳກັນ ແລະ ມາກາເຣັດ ມີອາການດີຂຶ້ນ ເຊິ່ງລູກສາວຂອງທັງສອງບອກວ່າ: ເຖິງວ່າຈະເປັນເວລາທີ່ໜ້າເສົ້າ ແຕ່ຮູ້ສຶກດີໃຈທີ່ທັງສອງໄດ້ຢູ່ນຳກັນ. ຕໍ່ມາພົບວ່າທັງສອງຕິດເຊື້ອໂຄວິດ-19 ແລະ ຍັງຕ້ອງຕໍ່ສູ້ກັບອາການຂອງພະຍາດ ເນື່ອງຈາກມີພະຍາດປະຈຳຕົວ.
ທັງສອງຕ່າງຢູ່ໃກ້ຊິດກັນຕະຫລອດໃຫ້ໄດ້ຫລາຍທີ່ສຸດ ຈັບມືກັນຈົນວາລະສຸດທ້າຍ ຈົນໃນວັນທີ 31 ມັງກອນ 2021 ເດເຣັກ ເສຍຊີວິດ ແລະ ຫລັງຈາກນັ້ນ ມາກາເຣັດ ກໍເສຍຊີວິດລົງໃນອີກ 3 ມື້ຕໍ່ມາ.