ຂປລ.ສູນການແພດ ຊາເມຍ(Shamir) ຂອງອິດສະຣາແອນ ໃນວັນທີ21ມິຖຸນານີ້ ເປີດເຜີຍວ່າ:ວັກຊິນ ປ້ອງກັນ ໂຄວິດ-19ຂອງບໍລິສັດ ໄຟເຊີ(Pfizer) ເພີ່ມຄວາມສ່ຽງ ທີ່ຈະເກີດພະຍາດThrombotic Thrombocytopenic Purpura (TTP) ເປັນພະຍາດ ທີ່ເຮັດໃຫ້ເກີດ ຫລອດເລືອດ ອຸດຕັນ ໃນອະໄວຍະວະຕ່າງໆ.

ຂະນະທີ່ ມີເກັດເມັດເລືອດຕ່ຳ ເຮັດໃຫ້ຜູ້ຕິດເຊື້ອ ມີອາການ ອິດເມື່ອຍ, ເຈັບໜັກເອິກ,ລະບົບປະສາດ ເຮັດວຽກ ຜິດປົກກະຕິ ລວມທັງ ມີອາການ ຕົກເລືອດ ໃນຮ່າງກາຍ.

ແຕ່ຢ່າງໃດກໍ່ຕາມ ຖ້າຜູ້ຕິດເຊື້ອ ໄດ້ຮັບການບົ່ງມະຕິ ພະຍາດ ແລະ ເຂົ້າຮັບ ການປິ່ນປົວ ຕັ້ງແຕ່ ມີອາການເລີ່ມຕົ້ນ ກໍ່ຈະຊ່ວຍ ເພີ່ມໂອກາດ ຂອງການຟື້ນຕົວ ຈາກເບື້ອງຕົ້ນ10% ສູ່ລະດັບ80% ໃນປັດຈຸບັນ.ສູນການແພດ ຊາເມຍ ລະບຸວ່າ:
ຜູ້ທີ່ໄດ້ຮັບ ການສັກວັກຊິນ ຄວນເຝົ້າ ລະວັງ ສຸຂະພາບ ຖ້າມີອາການ ຂອງພະຍາດ TTP ກໍ່ໃຫ້ແຈ້ງໂຮງໝໍ ເພື່ອເຂົ້າຮັບ ການປິ່ນປົວ ໂດຍດ່ວນ./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ