Breaking News

ດ່ວນ!!! ເຈົ້າຫນ້າທີ່ໄທຈັບຊາວລາວ 5 ຄົນ ລັກລອບເຂົ້າເມືອງຜິດກົດຫມາຍ.

ເມື່ອວັນທີ 21 ມິຖຸນາ 2021 ເວລາ 19.00 ນາທີ ເຈົ້າຫນ້າທີ່ໄທ ປະຕິບັດພາລະກິລາດຕະເວນ ເຝົ້າກວດສອບພື້ນທີ່ບໍລິເວນແຄມຝັ່ງນ້ຳຂອງ ໄດ້ພົບເຫັນຊາວລາວ 5 ຄົນຫລົບຊ້ອນຢູ່ໃນປ່າແຄມຕາຝັ່ງຂອງ ຊຸມຊົນອະນຸລັກບຳລຸງ ຕຳບົນສີບຸນເຣືອງ ອຳເພີເມືອງ ຈັງຫວັງມຸກດາຫານ ປະເທດໄທ.

ຈຳນວນ 5 ຄົນ ເປັນຜູ້ຊາຍ 2 ຄົນ ຜູ້ຍິງ 3 ຄົນ ຄື:1. ທ້າວພິມມະສອນ (ບໍ່ມີນາມສະກຸນ) ອາຍຸ 23 ປີ2. ທ້າວວິໄລ (ບໍ່ມີນາມສະກຸນ) ອາຍຸ 32 ປີ3. ນາງວາດສະໜາ (ບໍ່ມີນາມສະກຸນ) ອາຍຸ 23 ປີ4. ນາງແດງ ທອງສົມສະນິດ ອາຍຸ 26 ປີ5. ນາງຈ່ອຍ (ບໍ່ມີນາມສະກຸນ) ອາຍຸ 27 ປີ.

ຈາກການສອບຖາມຂອງເຈົ້າຫນ້າທີາທັງ 5 ຄົນຍອມຮັບສາລະພາບວ່າເປັນຄົນສັນຊາດລາວ ໂດຍໄດ້ລັກລອບເຂົ້າໄທ ຕາມຊ່ອງທາງທຳມະຊາດ ໂດຍພວກຕົນເອງໄດ້ແອບນັ່ງເຮືອຫາງຍາວ ຈາກຝັ່ງ ສປປ.ລາວ ມາທີ່ດອນກາງນ້ຳຂອງ ຈາກນັ້ນຈະມີເຮືອຈາກຝັ່ງໄທມາຮັບເອົາພາໄປຍັງບໍລິເວນແຄມຕາຝັ່ງຂອງ ໂດຍເສຍຄ່າຈ້າງຄົນລະປະມານ 8,000-10,000 ບາດ ເພື່ອທີ່ຈະເດີນທາງເຂົ້າໄປເຮັດວຽກຢູ່ທີ່ກຣຸງເທບມະຫານະຄອນ.

ຈາກນັ້ນ ເຈົ້າຫນ້າທີ່ໄດ້ນຳຕົວຊາວລາວທັງຫມົດ ສົ່ງໃຫ້ຕຳຫລວດກວດຄົນເຂົ້າເມືອງມຸກດາຫານ ເພື່ອໄປດຳເນີນຄະດີຕາມຂັ້ນຕອນຂອງກົດຫມາຍຕໍ່ໄປ.

#ດ່ານຍັງບໍ່ເປີດຈົງມີສະຕິກ່ອນລັກຂ້າມ(ໃຈເຢັນໆເດີພີ່ນ້ອງ)

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.