Breaking News

ຄິວລົດສາຍເໜືອນະຄອນຫລວງວຽງຈັນ ເປີດບໍລິການໄດ້ 18 ວັນແລ້ວ ແຕ່ຍັງບໍ່ມີລົດໂດຍສານອອກເດີນທາງໄດ້ຈັກຖ້ຽວ

ໃນວັນທີ 22 ມິຖຸນາ 2021 ນີ້, ທ່ານ ນາງ ຈິດປະສົງ ຫລວງເດດມີໄຊ ອຳນວຍການສະຖານີຂົນສົ່ງໂດຍສານສາຍເໜືອ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມ ລາວພັດທະນາ ວ່າ: ມາຮອດປັດຈຸບັນເປັນໄລຍະເວລາ 18 ວັນແລ້ວທີ່ໄດ້ເປີດບໍລິການສະຖານີຂົນສົ່ງໂດຍສານສາຍເໜືອ ນະຄອນຫລວງວຽງຈັນ ນັບແຕ່ວັນທີ 5 ມິຖຸນາ 2021 ເປັນຕົ້ນມາ ຕາມການອະນຸຍາດຂອງຄະນະສະເພາະກິດ ລະບຸຊັດເຈນວ່າ ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ ລະຫວ່າງ ເເຂວງຕໍ່ເເຂວງໄດ້, ເເຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ໂດຍການອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ ແລະ ທາງອາກາດ ລະຫວ່າງນະຄອນຫລວງວຽງຈັນ ກັບ ບັນດາແຂວງທົ່ວປະເທດ ແມ່ນໃຫ້ສໍາລັບຜູ້ໂດຍສານທີ່ສັກວັກຊີນ ຄົບ 2 ເຂັ້ມ ໄດ້ 1 ເດືອນຂຶ້ນໄປ ໂດຍບໍ່ໃຫ້ມີການກັກກັນ 14 ວັນ, ເເຕ່ພະນັກງານລົດຂົນສົ່ງ ເເລະ ຜູ້ໂດຍສານຕ້ອງມີຄວາມຮັບຜິດ ຊອບໃຫ້ມີການເເທກອຸນຫະພຸມ, ກວດກາການໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫລື ເຈລຂ້າເຊື້ອ.

ເນື່ອງຈາກມີເງື່ອນໄຂຄືດັ່ງກ່າວ ແຕ່ປະຊາຊົນຜູ້ທີ່ຈຳເປັນຈະເດີນທາງສ່ວນຫລາຍແມ່ນບໍ່ໄດ້ສັກວັກຊີນ ຫລື ສັກບໍ່ຄົບ 2 ເຂັມ ໄດ້ເປັນເວລາ 1 ເດືອນຂຶ້ນໄປເທື່ອ, ພາຍຫລັງເປີດໄດ້ເປັນເວລາ 18 ວັນ ຍັງບໍ່ສາມາດອອກລົດໂດຍສານໄດ້ແມ່ນແຕ່ຄັນດຽວ. ແຕ່ເຖິງຢ່າງໃດກໍຕາມສະຖານີຂົນສົ່ງສາຍເໜືອແມ່ນຍັງຈະສືບເປີດຕໍ່ໄປຈົນກວ່າຈະມີຜູ້ໂດຍສານທີ່ຄົບຕາມເງື່ອນໄຂເດີນທາງ ແລະ ພ້ອມທັງປະຕິບັດມາດຕະການຕາມແຕ້ງການຢ່າງເຂັ້ມງວດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.