Breaking News

ແຖວໜ້າຕໍ່ສູ້ ໂ ຄ ວິ ດ-19 ແພດ-ໝໍ ບໍ່ມີວັນພັກ ບໍລິການກວດຫາເຊື້້ອ ໂ ຄ ວິ ດ ໃຫ້ແກ່ປະຊາຊົນ

ເພື່ອປະຕິບັດການຄົ້ນຫາຜູ້ຕິດເຊື້ອໂຄວິດ-19 ໃຫ້ໄດ້ໄວ ຄະນະສະເພາະກິດໄດ້ຂະຫຍາຍຈຸດກວດວິເຄາະ 4 ຈຸດ ໃນນະຄອນຫຼວງວຽງຈັນຄື: ມສ ລາວຫວຽດ, ເມືອງໄຊເສດຖາ; ສະໜາມກິລາເດີ່ນເຈົ້າອານຸວົງ, ເມືອງຈັນທະບູລີ; ມສ ໂຮຈີມີນ, ເມືອງສີໂຄດຕະບອງ ແລະ ເດີ່ນກິລາໃນຮົ່ມບຶງຂະຫຍອງ,

ເມືອງສີສັດຕະນາກ ໂດຍມີພໍ່ແມ່ ປະຊາຊົນ, ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ທີ່ນອນຢູ່ໃນກຸ່ມສ່ຽງໄດ້ໃຊ້ບໍລິການກວດຫາເຊື້ອໂຄວິດ-19 ຈຳນວນຫຼາຍ ແລະ ພະນັກງານແພດ-ໝໍ ກໍ່ໄດ້ເຮັດວຽກຢ່າງໜັກຈົນບໍ່ມີວັນພັກເສົາ, ອາທິດ ເພື່ອຮັບມືກັບພະຍາດດັ່ງກ່າວ.

ເພື່ອເປັນການໃຫ້ກຳລັງໃຈ ແລະ ຊຸກການປະຕິບັດໜ້າທີ່ດ້ວຍຄວາມເສຍສະຫຼະສູງຂອງພະນັກງານແພດ-ໝໍ, ເຈົ້າໜ້າທີ່ກ່ຽວຂ້ອງ ໃນຕອນເຊົ້າຂອງວັນທີ 24 ເມສາ 2021 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຢ້ຽມຢາມ

ເຈົ້າໜ້າທີ່ແພດ-ໝໍ ແລະ ພາກສ່ວນກ່ຽວຂ້ອງທີ່ປະຕິບັດໜ້າທີ່ຄົ້ນຫາຜູ້ຕິດເຊື້ອໂຄວິດ ຢູ່ຈຸດຕ່າງໆໃນນະຄອນຫຼວງວຽງຈັນ ໂດຍທ່ານຮອງນາຍົກລັດຖະມົນຕີ ໃນນາມຫົວໜ້າຄະນະສະເພາະກິດ ຕ່າງໜ້າລັດຖະບານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈ ຕໍ່ຄະນະແພດ-ໝໍ, ເຈົ້າທີ່ ທີ່ໄດ້ທຸ່ມເທ່, ມີຄວາມເສຍສະຫຼະສູງ ເພື່ອເຮັດວຽກຕ້ານ, ສະກັດກັ້ນກັບພະຍາດຮ້າຍດັ່ງກ່າວທີ່ກຳລັງລະບາດໃນຂະນະນີ້.

ພ້ອມເນັ້ນໄດ້ໃຫ້ມີການໂຄສະນາ, ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຖິງໄພອັນຕະລາຍຂອງພະຍາດເນຶ່ອງຈາກສະຖານະການລະບາດຢູ່ປະເທດເຮົາໃນປັດຈຸບັນສະຖານທີ່ ແລະ ປະຫວັດການສຳພັດຂອງຜູ້ຕິດເຊື້ອ ບໍ່ໄດ້ສຳຄັນກວ່າ

ການປົກປ້ອງຕົນເອງ ແລະ ຄອບຄົວ ແລະ ເຮັດຕາມຄຳແນະນຳຂອງແພດໝໍ ເພາະທຸກສະຖານທີ່ແມ່ນບໍ່ປອດໄພ” ຢ່າງລືມ “ໃສ່ຜ້າອັດປາກດັງ, ຮັກສາໄລຍະຫ່າງທາງສັງຄົມ, ລ້າງມືໃຫ້ສະອາດເລື້ອຍໆ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.