Breaking News

ຊາຍຈີນຫຼົງຮັກສາວຮ້ານນວດຫຼັງພົບກັນແຕ່ 3 ມື້

ເມື່ອວັນທີ 14 ມິຖຸນາ 2021 ທີ່ຜ່ານມາ ເລື່ອງລາວການຂໍແຕ່ງງານແບບກະທັນຫັນຂອງຊາຍໜຸ່ມຄົນໜຶ່ງຢູ່ທີ່ປະເທດຈີນ ຖືກເປີດເຜີຍໃນເວັບໄຊ້ 163.com ພ້ອມກັບພາບເຫດການ ຂະນະທີ່ຊາຍຄົນດັ່ງກ່າວກໍາລັງຄຸກເຂົ່າຂໍສາວຄົນໜຶ່ງທີ່ຮູ້ຈັກກັນພຽງແຕ່ 3 ມື້ເທົ່ານັ້ນ ຢູ່ທີ່ບໍລິເວນສະຖານທີ່ຈອດລົດ ຂະນະທີ່ຝ່າຍຍິງນັ້ນມີທ່າທາງຂ້ອນຂ້າງອຶດອັດໃຈ ແລະ ບໍ່ທັນຕັ້ງໂຕກັບການກະທໍາຂອງຊາຍໜຸ່ມ.

ສາວຄົນນີ້ເປັນພະນັກງານຢູ່ທີ່ຮ້ານນວດແຫ່ງໜຶ່ງ ເຊິ່ງໄດ້ເຂົ້າມາລ້າງຈີນ ແລະ ນວດຕີນໃຫ້ກັບເຂົາຢ່າງຜ່ອນຄາຍຈົນຝ່າຍຊາຍຕິດໃຈ, ທັງ 2 ຍັງໄດ້ລົມກັນຖືກຄໍ ເຖິງຂັ້ນແລກປ່ຽນເບິໂທຕິດຕໍ່ຂອງກັນ ແລະ ໄດ້ໂທລົມກັນຕໍ່ໃນຄືນມື້ນັ້ນຈົນຮອດເຊົ້າມື້ຕໍ່ມາການໄດ້ພົບກັນຍິງຄົນນີ້ເປັນດັ່ງພົມລິຂິດສໍາລັບເຂົາ, ເຂົາຕົກຫຼຸມຮັກຍິງສາວຢ່າງໄວ ແລະ ກັບມາໃຊ້ບໍລິການ 2-3 ຄັ້ງຕິດຕໍ່ກັນ.

ຝ່າຍຊາຍຍັງຄົງບໍ່ຍອມແພ້ ເຂົາຢໍ້າເຖິງຄວາມຈິງໃຈທີ່ມີຕໍ່ຝ່າຍຍິງ ແຕ່ຝ່າຍຍິງກໍຍັງຄົງປະຕິເສດຄໍາເກົ່າ ຈົນບໍ່ຮູ້ຈະປະຕິເສດແນວໃດ ກໍຕັດສິນໃຈຫັນຫຼັງແລ້ວຍ່າງຈາກໄປ.

ດ້ານໝູ່ຂອງຝ່າຍຊາຍເຜີຍວ່າ ດ້ວຍຄວາມຄຽດຈາກການເຮັດວຽກຈຶ່ງໄດ້ຊວນຊາຍໜຸ່ມຄົນນີ້ມານວດຕີນເພື່ອຜ່ອນຄາຍ ແຕ່ອາດຈະເພາະການສຳພັດທີ່ອ່ອນໂຍນຂອງຍິງສາວ ໃນຂະນະທີ່ຢູ່ໃນຊ່ວງລໍາບາກ ຈຶ່ງເຮັດໃຫ້ເຂົາຕົກຫຼຸມຮັກຝ່າຍຍິງ ແລະ ຕັດສິນໃຈຂໍແຕ່ງງານດ້ວຍເວລາອັນແສນສັ້ນ ໂດຍບໍ່ຍອມຮັບຟັງຄໍາທັກທ້ວງຂອງໝູ່ແຕ່ຢ່າງໃດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.