Breaking News

ອາເມຣິກາ ເຜີຍແຜນຊ່ວຍເຫຼືອ ວັກແຊັງຮອບ 2 ຈຳນວນ 55 ລ້ານໂດສ

ສຳນັກຂ່າວຕ່າງປະເທດລາຍງານວ່າ ທຳນຽບປະທານາທິບໍດີສະຫະລັດອາເມຣິກາ ໄດ້ອອກຖະແຫຼງການກ່ຽວກັບແຜນການແຈກຢາຍວັກແຊັງປ້ອງກັນໂຄວິດ – 19 ຮອບທີ 2 ຈຳນວນ 55 ລ້ານໂດສ, ຫຼັງຈາກທີ່ຮອບທຳອິດບໍລິຈາກໄປແລ້ວ 25 ລ້ານໂດສ ເຮັດໃຫ້ແຜນແຈກຢາຍວັກແຊັງຂອງອາເມຣິກາ ຄົບ 80 ລ້ານໂດສ ຕາມທີ່ເຄີຍປະກາດໄວ້.

ທັງນີ້, ວັກແຊັງຈຳນວນ 55 ລ້ານໂດສດັ່ງກ່າວນັ້ນ ຈະມອບໃຫ້ໂຄງການໂຄແວັກ ຈຳນວນ 41 ລ້ານໂດສ, ໃນນັ້ນ 16 ລ້ານໂດສ ຈະກະຈາຍໄປໃນບັນດາປະເທດອາຊີ ເປັນຕົ້ນແມ່ນ: ອິນເດຍ, ເນປານ, ບັງກລາເທດ, ປາກິດສະຖານ, ສີລັງກາ, ອັຟການິດສະຖານ, ມານດິຟ, ພູຖານ, ຟີລິບປິນ, ຫວຽດນາມ, ອິນໂດເນເຊຍ, ໄທ, ມາເລເຊຍ, ໄທ, ລາວ, ປາປົວກີນີ, ກຳປູເຈຍ ແລະ ບັນດາປະເທດໃນມະຫາສະໝຸດປາຊີຟິກ.

ໃນຂະນະທີ່ອີກ 14 ລ້ານໂດສ ຈະຖືກສົ່ງໄປຍັງພູມີພາກແຄັບບຽນ ແລະ ອາເມຣິກາລາຕິນ ແລະ ອີກ 10 ລ້ານໂດສ ຈະສົ່ງໄປຍັງທະວີບອາຟຣິກກາ.

ສ່ວນອີກ 14 ລ້ານໂດສ ໃນຈຳນວນ 55 ລ້ານໂດສນັ້ນ ສະຫະລັດອາເມຣິກາ ຈະເປັນຜູ້ສົ່ງມອບໃຫ້ແກ່ບັນດາປະເທດທີ່ຕ້ອງການຄວາມຊ່ວຍເຫຼືອຈາກອາເມຣິກາໂດຍກົງ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.