ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 24 ເມສາ 2021 ນີ້ໃຫ້ຮູ້ວ່າ:

ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 88 ຄົນໃນມື້ວັນທີ 24 ເມສາ 2021 ນີ້, ເພີ່ມຂຶ້ນ 23 ຄົນຖ້າທຽບກັບ ມື້ວັນທີ 23 ເມສາ 2021 ທີ່ຜ່ານມາ ຊຶ່ງມີຜູ້ຕິດເຊື້ອທັງໝົດ 65 ຄົນ.ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມວ່າ:

ຈໍານວນ 88 ຄົນທີ່ຕິດເຊື້ອດັ່ງກ່າວນັ້ນຢູ່ນະຄອນຫຼວງວຽງຈັນ 84 ຄົນ, ຢູ່ແຂວງບໍ່ແກ້ວ 2 ຄົນ ແລະ ຢູ່ແຂວງຈໍາປາສັກ 2 ຄົນ.
ຊ່ຽວຊານຝ່າຍລາວ ແລະ ອົງການອະນາໄມໂລກ ຄາດຄະເນເບື້ອງຕົ້ນວ່າ ຢູ່ນະຄອນຫຼວງວຽງຈັນ ຈະມີຜູ້ຕິດເຊື້ອພະຍາດດັ່ງກ່າວ ສູງເຖິງ 2.000 ຄົນ.

ສັງລວມແລ້ວຮອດວັນທີ24 ເມສາ 2021 ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວຈໍານວນ 247 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 49 ຄົນ.