Breaking News

ຮຽນຈົບແລ້ວມີວຽກເຮັດພ້ອມອິດສະຫຼະດີ ບໍ່ເປັນລູກນ້ອງໃຜ ເສຍໄປລ້າໆ 84.000.000 ກີບ ຮຽນ 4 ປີຢູ່ ມຊ

ເວົ້າເລື່ອງການຮຽນ ແນ່ນອນວ່າມີຫຼາກຫຼາຍ ບວກກັບຄົນເຮົາທີ່ມີຄວາມຄິດແຕກຕ່າງກັນ ເບິ່ງຄົນລະມຸມ, ດັ່ງນັ້ນ ມຸມມອງທີ່ເບິ່ງທີ່ຄິດກ່ຽວກັບເລື່ອງການຮຽນມັນຍ້ອມຕ່າງກັນແນ່ນອນ.

ການຮຽນ ບໍ່ໄດ້ມີຂໍ້ກໍານົດກົດເກນຕາຍຕົວວ່າ ໃຜຮຽນຈະປະສົບຄວາມສໍາເລັດໃນຊີວິດ ແລະ ກໍ່ບໍ່ມີຂໍ້ກໍານົດໃດທີ່ບອກວ່າຫາກບໍ່ຮຽນຈະປະສົບຄວາມສໍາເລັດບໍ່ໄດ້.

ອີກຢ່າງ ການຮຽນກໍ່ມີຫຼາຍແບບ ບາງຄົນຮຽນພໍໃຫ້ຮູ້ ແຕ່ບໍ່ໄດ້ຫວັງເອົາມາໃຊ້ ເປັນໂຕກໍານົດຊີວິດ ມີຫຼາກຫຼາຍຄົນທີ່ຮຽນຈົບແລ້ວກໍ່ອອກມາເຮັດທຸລະກິດສ່ວນຕົວ, ກັບບ້ານເກີດເມືອງນອນ ກັບໄປໃຊ້ຊີວິດຕາມແບບເສດຖະກິດພໍພຽງ ປູກຝັງລ້ຽງສັດ ເຮັດໄຮ່ນາຮົ້ວສວນລ້ຽງຄອບຄົວ.

ແຕ່ກໍ່ປະຕິເສດບໍ່ໄດ້ວ່າມີຄົນບໍ່ໜ້ອຍ ທີ່ຍຶດຖືເອົາການຮຽນ ຫຼື ສາຍວິຊາຊີບທີ່ຕົນເອງຈົບ ມາເປັນຕົວຕັ້ງວ່າຕ້ອງໄດ້ເຮັດວຽກທີ່ກ່ຽວຂ້ອງ ເພື່ອນໍາພາຊີວິດຕົນສູ່ເປົ້າໝາຍ ຮອດຈຸດສູງສຸດຂອງຊີວິດ.

ມື້ນີ້ ແອັດມິນມີເລື່ອງລາວຫຼັງຮຽນຈົບຂອງນັກສຶກສາທ່ານໜຶ່ງມາຝາກ, ຜູ້ກ່ຽວຮຽນຈົບ ແລະ ກັບບ້ານໄປໃຊ້ຊີວິດແບບຊາວໄຮ່ຊາວນາ ອາໄສລ້ຽງສັດເປັນອາຊີບ ແລະ ຍັງໄດ້ໂພສຮູບພ້ອມຂໍ້ຄວາມລົງເຟສບຸກ ອວດອາຊີບຂອງຕົນເອງໃນປັດຈຸບັນນີ້.

ໂດຍຜູ້ໃຊ້ເຟສບຸກຊື່ Aib Pov ໄດ້ບັນຍາຍພາບນີ້ໄວ້ວ່າ: ປະລິນຍາລູກຊາວນາສຸດທ້າຍຮຽນຈົບມາກໍ່ມາລ້ຽງງົວ ແລະ ຄວາຍຄືເກົ່າ, ເສຍໄປລ້າໆ 84.000.000 ກີບ ຮຽນ 4 ປີຢູ່ ມຊ ເພາະຮຽນຈົບບໍ່ຖືກສາຍ.

ແນວໃດກໍ່ຕາມ ແອັດຄິດວ່າ ທຸກຄົນສາມາດເລືອກອາຊີບໄດ້ ບໍ່ວ່າຈະຮຽນຈົບຫຍັງ ຫຼື ແມ້ກະທັ້ງຮຽນບໍ່ຈົບ ຫຼື ບໍ່ໄດ້ຮຽນ ກໍ່ສາມາດເລືອກຊີວິດ ເລືອກທາງເດີນຂອງຕົນເອງໄດ້.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.