ພາຍຸທໍນາໂດພັດເຂົ້າການາດາ ສ້າງຄວາມເສຍຫາຍຢ່າງໜັກຂປລ.ຕາມຂ່າວຈາກ ການາດາ,ວັນທີ23ມິຖຸນານີ້,

ພາຍຸທໍນາໂດ ພັດເຂົ້າ ປະເທດ ການາດາ ເຮັດໃຫ້ມີ ຜູ້ເສຍຊີວິດ 1ຄົນ ແລະ ເຮືອນປະຊາຊົນ ໄດ້ຮັບຄວາມເສຍຫາຍ ປະມານ 50ຫລັງ

ຂະນະນີ້ ປະຊາຊົນ ໃນເມືອງມາສຄູ ໃນລັດຄີວເບກ ພວມເຮັດຄວາມສະອາດ ເຂດທີ່ໄດ້ຮັບຜົນກະທົບ ຫລັງຈາກ ພາຍຸໄດ້ພັດຜ່ານ ໄລຍະທາງ 3 ກິໂລແມັດ ດ້ວຍຄວາມໄວ ປະມານ 220 ກິໂລແມັດ ຕໍ່ຊົ່ວໂມງ.

ປັດຈຸບັນ ທ່ານ ຟຣອງຊົວ ເລີໂກລ, ຜູ້ວ່າການລັດ ຄີວເບກ ພວມໃຫ້ການຊ່ວຍເຫລືອ ສ້າງເຮືອນໃໝ່ ໃຫ້ຊາວເມືອງມາສຄູ ດ້ວຍການ ສະໜັບ ສະໜູນ ເງິນທຶນ ຈຳນວນໜຶ່ງ.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ

ທີ່ມາ
