ຈາກໂພສ Phai Keoinda ແທັກແຟນ ໃຫ້ກໍາລັງໃຈຄູ່ຮັກທຸກຄູ່ ຢ່າໂທດພໍ່ແມ່ຢ່າໂທດຄອບຄົວທີເກີດມາຈົນ ເດັກບ້ານນອກທີເຂົ້າມາດີ້ນຫລົນສ້າງຝັນໃນເມືອງໃຫ່ຍ ອາຍຸຍັງນ້ອຍຄ່ອຍເປັນຄ່ອຍໄປ.

ຕ້ອນຮັບສະມາຊິກໃໝ່ ລະກະສຸກສັນວັນຄົບຮອບ 7 ເດືອນ 9 ມື້ເດີທີ່ຮັກ ນີ້ຄືຂອງຂັວນແລະສີ່ງທີ່ເຮົາ 2 ຄົນຫາມານຳກັນ ກວ່າຈະໄດ້ມານີ້ບໍ່ແມ່ນເລື່ອງງ່າຍເລີຍ.

ເຮົາພາກັນສ້າງກັນຫາເຮັດວຽກມື້ລະ 12-16 ຊົ່ວໂມງ ຄວາມເຮັດວຽກເມື່ອຍຈົນນອນຫລັບຄາໂຊຟາ ບາງມື້ນັ່ງອີງຂັ້ນໄດ໋ລະຫລັບຄາຂັ້ນໄດ໋ກະມີ ຮາຮາຮາ.

ພາກັນເຊົາຫລີ້ນກີນຈ່າຍເງີນຟຸ່ມເຟື່ອຍ ເນັ້ນເກັບອອມ ແລະ ລົງທືນ ເວລາໄປຫລີ້ນໄປທ່ຽວກະແທບຈະບໍ່ຄ່ອຍມີເລີຍ7 ເດືອນທີ່ຄົບກັນມານີ້ຜ່ານທັງເລື່ອງດີ ແລະ ເລື່ອງທີ່ບໍ່ດີນຳກັນມາຫລາຍເລື່ອງເລີຍ ແລະທຸກໆເລື່ອງ ທຸກໆຢ່າງທີ່ຜ່ານເຂົ້າມາເຮັດໃຫ້ເຮົານັບມື້ນັບເຂົ້າໃຈກັນແລະຮັກກັນຂື້ນຕື່ມ

ຢູ່ຜ່ານທຸກຜ່ານສຸກນຳຂ້ອຍໄປຕະຫລອດເດີ
ຄໍ້າຄູນຄໍ້າຄູນເດີສະມາຊິກໃໝ່ເຈົ້ານຳໂຊກ.