Breaking News

ຂໍລະບາຍເລື້ອງຄ່າໄຟຟ້າບ້ານຂ້ອຍເອງ ບໍ່ເຂົ້າໃຈໄຟຟ້າຂື້ນເປັນ2ເທົ່່າ

ຂໍລະບາຍເລື້ອງຄ່າໄຟຟ້າບ້ານຂ້ອຍເອງ ບໍ່ເຂົ້າໃຈໄຟຟ້າລາວເປັນຫນີ້ຫລາຍເບາະຫລືວ່າບໍ່ຫານຈັງໃດກາບໍ່ຮູ້

ປົກກະຕິຄ່າໄຟບ້ານຂ້ອຍຈະໄດ້ຈ່າຍຢູ່1.200.000-1.500.000ກີບ ບ້ານຂ້ອຍຫລັງນ້ອຍໆຢູ່ກັນ4ຄົນ ພໍ່ແມ່ນ້ອງສາວແລະຂ້ອຍ ຈຸດເລີ້ມຕົ້ນຄືຄ່າໄຟໃນເດືອນ4ອອກມາ2.403.546ກີບ/ດ

ຂ້ອຍຕົກໃຈວ່າເປັນຫຍັງຄ່າໄຟທີຂ້ອຍເຄີຍຈ່າຍແຕ່ລະເດືອນມັນຈຶ່ງໂຕນຂຶ້ນມາເທົາໂຕ ໃນມຸມ1ຂ້ອຍຄິດວ່າອາດຈະເປັນຍ້ອນລະດຸຮ້ອນໃຊ້ໄຟຫລາຍເລີຍຄ່າໄຟແພງ ໂອເຄ ບໍ່ເປັນຫຍັງຖ້າຟັງເບິ່ງເດືອນຕໍ່ໄປ ແລະໃນເດືອນ5ນັ້ນຂ້ອຍເລີເມປະຢັດໄຟແອບໍ່ຄ່ອຍເປີດໄຟດວງໃດບໍ່ຈຳເປັນກາປິດ

ຂ້ອຍຫມັ້ນໃຈເລີຍວ່າໃນເດືອນ5ຂ້ອຍປະຢັດໄຟໄດ້ຫລາຍຂຶ້ນແຕ່ສຸດບິນຄ່າໄຟອອກມາແມ່ນ2.496.000ກີບ ເຊິ່ງມັນບໍ່ຫລຸດລົງເລີຍ ຂ້ອຍເລີ້ມຮູ້ສຶກວ່າມັນບໍ່ແມ່ນແລ້ວ ຂ້ອຍໄດ້ຖືໃບບິນເຂົ້າໄປແຈ້ງຢູ່ສູນເພື່ອໃຫ້ທີມຮັບຜິດຊອບລົງມາກວດສອບມີຫນັງສືຮ້ອງຮຽນລາຍລະອຽດຄົບເພິ່ນບອກວ່າຈະລົງມາກສດສອບພາຍໃນ1ອາທິດ ສຸດທ້າຍງຽບບໍ່ເຫັນຫົວພະນັກງານໄຟຟ້າລົງມາກວດສອບຈັກຄົນ ແລ້ວບິນເດືອນ6ກໍອອກມາເປັນມູນລະຄ່າ

3.048.000ກີບ ເປັນປະວັດຕິສາດຂອງໃບບິນທີເຄີຍສູງທີສຸດຕັ້ງແຕ່ເຄີຍຈ່າຍມາ ເດືອນ6ພໍ່ແມ່ສ່ວນຫລາຍໄປຢູ່ວັງວຽງນ້ອງສາວໄປນອນບ້ານຫມູ່ ເດືອນ6ຂ້ອຍແທບຈະຢູ່ບ້ານຄົນດຽວ ແນ່ນອນວ່າຂ້ອຍໃຊ້ໄຟບໍ່ຫລາຍແລະຂ້ອຍປະຢັດສຸດໆເພາະຮູ້ວ່າຄ່າໄຟແພງ ແຕ່ສິ່ງທີໄດ້ຄືຄ່າໄຟອອກມາແຫ່ງຫລາຍຂຶ້ນກ່ວາເກົ່າ3ເທົ່າທັງທີໃຊ້ໄຟຫນ້ອຍລົງ ໃຜກາໄດ້ມາຕອບຄຳຖາມໃຫ້ຂ້ອຍຫາຍຂ້ອງໃຈແດ່ສະຫລຸບຄື: ຄ່າໄຟເດືອນ4 = 2.403.000ກີບເດືອນ5 = 2.496.000ກີບເດືອນ6 = 3.048.000ກີບທັງຫມົດ3ເດືອນ = 7.948.000ກີບ

ປະເທດລາວໝໍ້ໄຟແຫ່ງເອເຊຍ ຄຳຄົມນີ້ເຊົາເອີ້ນຊະ ລະຂໍເຊີນທາງໄຟຟ້າລາວລົງມາກວດສອບໃຫ້ແດ່ເພາະຮ້ອງຮຽນໄປແລ້ວບໍ່ມີໃຜລົງມາເລີຍ ໄຟຟ້າລາວຈົງຈະເລີນ!!! 👍🏻

ທີ່ມາ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.