Breaking News

ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ຈະໃຫ້ສຳເລັດພາຍໃນ 3 ປີ

ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ໄລຍະ 2 (ໄລຍະສັນຍາ 2) ເລີ່ມແຕ່ກິໂລແມັດ 111 ຫາ 190 ມີຄວາມຍາວ 79 ກິໂລແມັດ ແມ່ນນອນຢູ່ໃນໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ກິໂລແມັດ 71 (ແຂວງບໍລິຄຳໄຊ) ຫາກິໂລແມັດ 346 (ແຂວງຄຳມ່ວນ) ມີຄວາມຍາວທັງໝົດ 275 ກິໂລແມັດ ເຊິ່ງໄດ້ແບ່ງອອກເປັນ 4 ໄລຍະສັນຍາ ໂດຍການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳຈາກສະຖາບັນຄື: ທະນາຄານໂລກ (WB) ທະນາຄານການລົງທຶນເອີຣົບ (EIB) ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (AIIB) ແລະ ງົບປະມານຈາກກອງທຶນທາງ ລວມທັງໝົດ 157,5 ລ້ານໂດລາສະຫະລັດ ຫຼື ປະມານ 1.491 ກວ່າຕື້ກີບ ໃນນີ້ ຄ່າກໍ່ສ້າງ ແລະ ບູລະນະຮັກສາ 125 ລ້ານໂດລາ ຫຼື ປະມານ 118,39 ກວ່າຕື້ກີບ ຄ່າຊົດເຊີຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ 1,7 ລ້ານໂດລາ ຫຼື ປະມານ 16 ຕື້ ກວ່າກີບ ແລະ ຄ່າວ່າຈ້າງທີ່ປຶກສາ 5 ລ້ານໂດລາ ຫຼື ປະມານ 47,3 ຕື້ກວ່າກີບ ແລະ ຄ່າບູລະນະຮັກ ສາ 25,8 ລ້ານໂດລາ ຫຼື ປະມານ 244,31 ຕື້ກວ່າກີບ ໄລຍະປະຕິບັດໂຄງການແມ່ນ 10 ປີ ແຕ່ປີ 2021-2031 ໃນນີ້ ໄລຍະກໍ່ສ້າງ 2-3 ປີ ແລະ ບູລະນະຮັກສາ 7-8 ປີ.

ໂຄງການນີ້ ມີຈຸດປະສົງເພື່ອປັບປຸງ ແລະ ຍົກລະດັບຕອນທາງດັ່ງກ່າວ ໂດຍການປັບປຸງໂຄງສ້າງຂອງທາງໃຫ້ສາມາດຮັບນ້ໍາໜັກບັນທຸກໄດ້ 11 ໂຕນ/ເພົາ ຍົກລະດັບໂຄງສ້າງທາງຈຸດທີ່ເຄີຍມີນ້ໍາຖ້ວມ ຂະຫຍາຍໜ້າທາງເກົ່າໃຫ້ກ້ວາງອອກຕື່ມ ເສີມຄວາມແຂງແກ່ນຂອງໂຄງສ້າງທາງ.ສໍາລັບ ໄລຍະສັນຍາ 2 ແມ່ນເລີ່ມແຕ່ກິໂລແມັດ 111 ຫາ ກິໂລແມັດ 190 ລວງຍາວ 79 ກິໂລແມັດ ໄດ້ຮັບທຶນກູ້ຢືມຈາກທະນາຄານການລົງທຶນເອີຣົບ ເພື່ອປັບປຸງຍົກລະດັບຈຸດນ້ໍາຖ້ວມ ແລະ ຂະຫຍາຍໜ້າທາງເກົ່າຈາກ 9 ແມັດ ເປັນ 12 ແມັດ ຮອດເຂດຕົວເມືອງປາກຊັນ ມີ 2 ຊ່ອງທາງຈະລາຈອນ (2 X 3.5 ແມັດ) ແລະ ບ່າທາງເບື້ອງລະ 2,5 ແມັດ ຈາກປາກຊັນຫາປາກກະດິງ ແມ່ນມີຄວາມກວ້າງ 9 ແມັດ ແຕ່ຈະປັບປຸງໜ້າທາງໂດຍການເສີມຄວາມແຂງແກ່ນຂອງໂຄງສ້າງທາງ ດ້ວຍການປູເພີ່ມຊັ້ນພື້ນທາງ 10 ຫາ 20 ຊັງຕີແມັດ ແລະ ປູໜ້າທາງດ້ວຍປູຢາງຂົ້ວ (ເບຕົງ ອັສຟານ) ສະເພາະເຂດເທດສະບານເມືອງປາກຊັນ ແມ່ນຮັກສາຕາມຄວາມກວ້າງໜ້າທາງຕາມຄວາມກວ້າງທີ່ມີຢູ່ໃນປັດຈຸບັນ ແຕ່ຈະມີການປູໜ້າທາງໃໝ່ ແລະ ປັບປຸງໃຫ້ດີຂື້ນ.

ໂຄງການນີ້ ເປັນເຈົ້າຂອງໂຄງການໂດຍກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ສັນຍາວ່າຈ້າງທີ່ປຶກສາມາຄຸມງານການກໍ່ສ້າງຄື: ບໍລິສັດຮ່ວມ JV of LEA Associates South Asia (India) /Pyungwha Engineering Consultants (Korea) with Sub-Consultant LTEC (Lao PDR) ແລະ ສັນຍາວ່າຈ້າງຜູ້ຮັບເໝົາມາປັບປຸງ ແລະ ສ້ອມແປງທາງດັ່ງກ່າວຄື: ບໍລິສັດຮ່ວມ ຈຸງນໍ ຄອນສະຕຣັກຊັນ ແອນ ອິນຈິເນຍຣິງ ກໍໂປເຣຊັນ ແອນ ສຸພາພອນ ກໍ່ສ້າງ ສໍາຫຼວດ-ອອກແບບ ແລະ ຂົວທາງ ຈໍາກັດຜູ້ດຽວໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ໄດ້ຄັດເລືອກເອົາບໍລິສັດຮັບເໝົາໂດຍການປະມູນສາກົນ ໃນຮູບແບບສັນຍາແບບມອບເໝົາ (Output¬and Performanced-Base Road Contract-OPBRC) ຜູ້ຮັບເໝົາຈະເປັນຜູ້ດໍາເນີນການກໍ່ສ້າງປັບປຸງໃຫ້ສໍາເລັດ

ພາຍໃນ 3 ປີ ແຕ່ປີ 2021 ຫາ ປີ 2023 ແລະ ສືບຕໍ່ບູລະນະຮັກສາໄປຕື່ມ 7 ປີ ແຕ່ປີ 2024 ຫາປີ 2031 ຈຶ່ງມອບໃຫ້ເຈົ້າຂອງໂຄງການ ມູນຄ່າຂອງສັນຍາຜ່ານການປະມູນສໍາລັບສັນຍານີ້ແມ່ນ 28.129.999 ໂດລາ ຫຼື ປະມານ 266,42 ຕື້ກວ່າກີບ ສ່ວນຮູບການຊໍາລະໃຫ້ແກ່ໂຄງການແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1: ແມ່ນໄລຍະດໍາເນີນການກໍ່ສ້າງ 3 ປີ ມີມູນຄ່າ 22.191.199 ໂດລາ ຫຼື ປະມານ 210 ຕື້ກວ່າກີບ ໂດຍນໍາໃຊ້ເງິນກູ້ຈາກທະນາຄານການລົງທຶນເອີຣົບ ແລະ ໄລຍະທີ2: ແມ່ນໄລຍະການບໍາລຸງຮັກສາ 7 ປີ ໂດຍນໍາໃຊ້ງົບປະມານຈາກກອງທຶນທາງຂອງ ສປປ ລາວ ດ້ວຍການແບ່ງຈ່າຍເປັນງວດຈໍານວນ 5.938.800 ໂດລາ ຫຼື ປະມານ 56,1 ຕື້ກວ່າກີບ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.