Breaking News

ແຈ້ງດ່ວນ..ຮອງທ່ານນາຍົກລັດຖະມົນຕີ ເນັ້ນບໍ່ໃຫ້ສົ່ງສິນຄ້າຢູ່ຂົວສາກົນມິດຕະພາບແຫ່ງທີ່ 1 ເຊີ່ງເປັນຈຸດແຜ່ເຊື້ອໂຄວິດ 19

ຮອງນາຍົກລັດຖະມົນຕີ ເນັ້ນບໍ່ໃຫ້ການຂົນສົ່ງສິນຄ້າຢູ່ດ່ານສາກົນຂົວມິດຕະພາບ ແຫ່ງທີ I ເປັນຈຸດແພ່ເຊື້ອ.

ຂປລ. ໃນວັນທີ 24 ເມສາ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດ ຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊີ້ນຳວຽກງານຕ້ານພະຍາດໂຄວິດ-19 ຢູ່ດ່ານສາກົນຂົວມິດຕະພາບແຫ່ງທີ I ເພື່ອປຶກສາຫາລືໃນການຮັບປະກັນບໍ່ໃຫ້ການຂົນສົ່ງສິນຄ້າ ເປັນຈຸດໃນການລະບາດຂອງພະ ຍາດໂຄວິດ-19,

ສະນັ້ນລະບຽບການຂອງຄະນະສະເພາະກິດທັງສູນກາງ ແລະ ທ້ອງຖິ່ນ ແລະ ຜູ້ປະກອບການທີ່ນຳເຂົ້າ-ສົ່ງອອກສິນຄ້າແມ່ນຕ້ອງໃຫ້ຈອດກັນ.ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ໃນຄຳສັ່ງເລກທີ15/ນຍ ໃຫ້ຢຸດຕິຊົ່ວຄາວ ການຂົນສົ່ງໂດຍສານທາງນໍ້າ ລະຫວ່າງ ນະຄອນຫລວງວຽງຈັນ ຫາ ບັນດາແຂວງ, ແຂວງ ຫານະຄອນຫລວງວຽງຈັນ ແລະ ລະຫວ່າງ ແຂວງ ຫາ ແຂວງ; ໃຫ້ຢຸດຕິຊົ່ວຄາວ ການຂົນສົ່ງໂດຍສານທາງອາກາດ ພາຍໃນປະເທດທຸກເສັ້ນບິນ,

ຍົກເວັ້ນຖ້ຽວບິນພິເສດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ໄປຮັບຜູ້ໂດຍສານທີ່ມີພູມລໍາເນົາ ເຮັດວຽກປະຈໍາ ຢູ່ນະຄອນຫລວງວຽງຈັນ; ໃຫ້ຢຸດຕິຊົ່ວຄາວ ການຂົນສົ່ງໂດຍສານທາງບົກ ລະຫວ່າງ ນະຄອນຫຼວງວຽງຈັນ ຫາ ບັນດາແຂວງ,ແຂວງ ຫາ ນະຄອນຫລວງວຽງຈັນ ແລະ ລະຫວ່າງ ແຂວງ ຫາ ແຂວງ, ແລະ ການຂົນສົ່ງໂດຍສານ ພາຍໃນແຂວງ ແລະ ພາຍໃນນະຄອນຫລວງວຽງຈັນ, ເຊິ່ງລວມມີ ລົດເມ, ລົດຕູ້, ລົດແທກຊີ, ລົດສອງແຖວ, ລົດຕຸກໆ, ລົດຈໍາໂບ້ ແລະ ລົດຈັກຮັບຈ້າງ; ໃຫ້ຢຸດຕິຊົ່ວຄາວ ການຂົນສົ່ງໂດຍສານ ທາງລົດໄຟ ລາວ-ໄທ.

ສໍາລັບການຂົນສົ່ງສິນຄ້າ ແມ່ນຍັງອະນຸຍາດໃຫ້ສືບຕໍ່ບໍລິການໄດ້ ໂດຍໃຫ້ປະຕິບັດມາດຕະການ ທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກ ແລະ ບັນດາມາດຕະການຂອງທັງສອງຝ່າຍ ຕົກລົງເປັນເອກະພາບກັນ ຢ່າງເຂັ້ມງວດ; ອະນຸຍາດໃຫ້ມີການຂົນສົ່ງສິນຄ້າພາຍໃນປະເທດ, ລະຫວ່າງປະເທດ, ຜ່ານແດນ ແລະ ນໍາເຂົ້າເພື່ອສົ່ງອອກ ເຊິ່ງເຄື່ອງອຸປະໂພກ-ບໍລິໂພກ ສ່ວນໃຫຍ່ແລ້ວ ແມ່ນນຳເຂົ້າຈາກປະເທດເພື່ອນບ້ານ, ນັບທັງນ້ຳມັນເຊື້ອໄຟ ແລະ ວັດສະດຸກໍ່ສ້າງຕ່າງໆ ເຊິ່ງພວກເຮົາຕ້ອງໄດ້ປຶກສາຫາລືກັນໃຫ້ສະດວກ ແລະ ມີຄວາມສອດຄ່ອງກັບສະພາບຕົວຈິງ; ພ້ອມນີ້ ໃຫ້ເອົາໃຈໃສ່ໃນການປ່ຽນຖ່າຍສິນຄ້າ ແລະ ຄວບຄຸມຄົນຂັບລົດບັນທຸກສິນຄ້າ ໃຫ້ມີຄວາມປອດໄພ ປາສະຈາກເຊື້ອ ເພື່ອຮັບປະກັນ ໃນການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19.ຂ່າວ-ພາບ: ສົມຫວັງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.