ມື້ນີ້ຂ້ອຍແລະຫມູ່ໄດ້ພາກັນເອົາເຄື່ອງມາບໍລິຈາກ ໃຫ້ແກ່ຄອບຄົວ ທ້າວບົ້ງຫານ ຢູ່ທີ່ບ້ານຂາມງອຍ ໄດ້ເອົາເຄື່ອງນຸ່ງຈຳນວນຫນຶ່ງ,

ອາຫານແຫ້ງແລະເຄື່ອງໃຊ້ຈຳເປັນ ແຕ່ທາງຄອບຄົວຍັງຂາດເຂີນຫຼາຍຢ່າງ ໄປເບິ່ງກັບຕາ ແຮງເປັນຕາອີ່ຕົນ ສັງກະສີກະຮົ່ວ ເປັນຮູເປັນປ່ອງ ຝົນຕົກໃສ່ບ່ອນນອນກາປຽກແມ່ຕູ້ອາຍຸ85ປີແລ້ວ.

ແມ່ຕູ້ມັກໄປວັດ ຖ້າບໍ່ມີຫຍັງກິນກາໄດ້ໄປຂໍອາຫານຢູ່ວັດ ຫຼື ນຳພໍ່ແມ່ປະຊາຊົນ,ຄົນຢູ່ແຖວນັ້ນເພິ່ນກາຊ່ວຍເທົ່າທີ່ຊ່ວຍໄດ້.

ຄົນທີ່ເປັນເສົາຫຼັກແມ່ນ ອ້າຍບົ້ງຫານ ອາຍຸພຽງ23ປີ ເປັນກຳມະກອນ ຫາລ້ຽງຄົນໃນ.

ຄອບຄົວຕັ້ງ8ຄົນ ຍາມບໍ່ມີກາອົດກິນຖາມລາວມື້ນີ້ ວ່າເມື່ອຍບໍ່ ລາວວ່າບໍ່ເມື່ອຍ ຖາມລາວວ່າທໍ້ກັບຊີວິດຢູ່ຫວາ.

ລາວບອກວ່າບໍ່ທໍ້ ຂ້ອຍໂຄດນັບຖືເຈົ້າເລີຍ❤️👍🏻 ເວົ້າຫຍັງຫຼາຍບໍ່ໄດ້ແຮງເວົ້າລະແຮງໄຫ້😭😭ທັງໆທີ່ລາວກາບໍ່ປົກກະຕິ.

👉🏻ສິ່ງທີ່ພວກເຮົາຢາກໄດ້ມາຊ່ວຍໃນຄອບຄົວຂອງອ້າຍເພິ່ນກາຄື: ຫຼັງຄາໃຫມ່,ພັດລົມ,ໄດໂປ້ມນໍ້າ,ຫມໍ້ຫູງເຂົ້າ,ມຸ້ງ,ຫມອນຜ້າຫົ່ມ.

ຖາມແມ່ຕູ້ມື້ນີ້ວ່າຢາກໄດ້ຫຍັງ ແມ່ຕູ້ບອກວ່າພັດລົມ ເພາະມີພັດລົມຫນ່ວຍດຽວ ຍາມຮ້ອນແບບນິເພິ່ນນອນໃນຫ້ອງບໍ່ໄດ້ເລີຍ.

ຖ້າເປັນໄປໄດ້ຢາກໃຫ້ສົມທົບທຶນຊ່ວຍກັນປົວແປງເຮືອນໃຫ້ລາວໃຫມ່ ແຮງເປັນການດີ.
ທີ່ມາ
