ສນ 1191 ໄຊສົມບູນ ລົງແກ້ໄຂເປົ້າໝາຍຫຼີ້ນການພະນັນທີ່ຕ້ອງຫ້າມໃນວັນທີ 21 ມິຖຸນາ 2021 ເວລາ 14:00 ໂມງ ເຈົ້າໜ້າທີ່ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ໄຊສົມບູນໄດ້ນຳກຳລັງສົມທົບກັບອຳນາດການປົກຄອງບ້ານເຂົ້າແກ້ໄຂການພະນັນທີ່ຕ້ອງຫ້າມ ຫຼື ຫຼີ້ນໄພ້ ຢູ່ເຮືອນຂອງນາງນ້ອຍ ອາຍຸ 52 ປີ ປະຊາຊົນ ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຜູ້ຮ່ວມຫຼີ້ນໄພ້ອີກ 8 ຄົນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ເບື້ອງຕົ້ນຮູ້ວ່າທັງໝົດ9 ຄົນ ແມ່ນປະຊາຊົນ ພາຍໃນບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ທີ1, ນາງ ນ້ອຍ ເຈົ້າຂອງເຮືອນ, 2ນາງ ຂັນ, 3 ນາງ ຈັນ, 4 ນາງ ໜູນາ, 5 ນາງ ລີ້, 6 ນາງ ຕິກ, 7 ນາງ ໃຫຍ່, 8 ນາງ ນາງ ແລະ 9 ນາງໄລ; ຕໍໍ່ກັບການກະທຳດັ່ງ.

ກ່າວເປັນການລະເມີດຄຳສັ່ງ ເລກທີ 15/ນຍ, ແຈ້ງການເລກທີ 02/ຈນວ ແລະ ເປັນການກະທຳທີ່ແຕະຕ້ອງເຖິງສາຍພົວພັນທາງສັງຄົມປະມວນກົດໝາຍອາຍາມາດຕາ 141 ວ່າດ້ວຍການຫຼີ້ນພະນັນທີ່ຕ້ອງຫ້າມ,ແຕ່ຍ້ອນເປັນການກະທຳຜິດຄັ້ງທຳອິດ ແລະ ຜົນເສຍຫາຍເກີດຂື້ນເລັກນອ້ຍເບົາບາງ ຈຶ່ງໄດ້ສຶກສາອົບຮົມນຳໃຊ້ມາດຕະການປັບໃໝຕາມລະບຽບຂອງບ້ານ.ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ ໂຄວິດ 19 ຢູ່ນະຄອນຫຼວງວຽງຈັນ ໃຫ້ລຸດລົງກອງ.

ບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ຊາວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນປະຕິບັດຕາມຄຳສັ່ງ, ແຈ້ງການ ແລະ ລະບຽບການທີ່ທາງຄະນະສະເພາະກິດໄດ້ກຳນົດ, ຖ້າພົບເຫັນການຕັ້ງວົງຊຸມນຸມ ຫຼື ຊຸມແຊວ, ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນນະຄອນຫຼວງວຽງຈັນ ແລະ ພົບເຫັນຜູ້ລະເມີດ ໃຫ້ແຈ້ງມາທີເບີ Whatsapp 02028899774 ຫຼື ສົ່ງເຂົ້າທາງຂໍ້ຄວາມ ທາງເຟກບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.