Breaking News

ຫາຍສົງໄສແລ້ວບາດນີ້ ອົງການອະນາໄມໂລກ ໄຂຂໍ້ຂ້ອງໃຈ ສັກວັກຊີນ ປ້ອງກັນ ໂ ຄ ວ ິ ດ ຕ່າງຊະນິດກັນໄດ້ ຫຼື ບໍ່

ທ່ານ ດຣ. ເຄທ ໂອໄບຣອັນ ຫົວໜ້າຝ່າຍວັກຊີນຂອງອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ວັກຊີນປ້ອງກັ ນໂ ຄ ວິ ດ – 19 ທີ່ໄດ້ຮັບອະນຸມັດນຳໃຊ້ແບບສຸກເສີນທົ່ວໂລກໃນຂະນະນີ້ ໄດ້ອອກແບບມາເພື່ອກະຕຸ້ນພູມຄຸ້ມກັນໃນຮ່າງກາຍຂອງມະນຸດ.

ເພື່ອຕໍ່ສູ້ກັບໄວຣັ ສໂຄ ວິ ດ ແຕ່ວິທີການຜະລິດແອນຕີບໍດີຂອງວັກຊີນແຕ່ລະຊະນິດຈະແຕກຕ່າງກັນ ເຊິ່ງຫາກຢຶດຖືຕາມພື້ນຖານຂອງການເຮັດໜ້າທີ່ຂອງວັກຊີນ ຄິດວ່າການໃຊ້ວັກຊີນຕ່າງຊະນິດກັນໄດ້ຜົນໃນການປ້ອງກັນໂ ຄ ວິ ດ.

ທັງນີ້, ທີມນັກວິທະຍາສາດຈາກມະຫາວິທະຍາໄລອັອກຟອດຂອງອັງກິດ ກຳລັງທົດລອງການໃຊ້ວັກຊີນປ້ອງກັນໂຄວິດໃນຮູບແບບ 2 ໂດສ ຕ່າງຊະນິດກັນໂດຍທົດລອງລະຫວ່າງວັກຊີນແອັສຕຣາເຊເນກາ, ໂມເດີນາ, ໂນວາແວັກ ແລະ ຟາຍເຊີ,

ນອກຈາກນີ້ຍັງມີການທົດລອງຢູ່ປະເທດແອັດສະປາຍ ແລະ ເຢຍລະມັນອີກດ້ວຍ. ແນວໃດກໍຕາມ, ນັກວິໄຈກຳລັງຮວບຮວມຂໍ້ມູນ ເພື່ອໃຫ້ແນ່ໃຈຕື່ມອີກວ່າການໃຊ້ວັກຊີນ 2 ເຂັມຕ່າງຊະນິດກັນມີປະສິດທິພາບສູງ ແລະ ປອດໄພແທ້ ຫຼື ບໍ່.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.