ຂປລ. ໃນວັນທີ 24 ເມສາ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ລົງເຄື່ອນໄຫວວຽກ ແລະ ກວດກາ ສະ ຫະພັນບານເຕະແຫ່ງຊາດລາວ ເພື່ອກະກຽມຄວາມພ້ອມໃຫ້ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດ ເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫລາຍ ໃນກໍລະນີ ທີ່ຜູ້ຕິດເຊື້ອລົ້ນໂຮງໝໍ ແຕ່ມີອາການບໍ່ຮຸນແຮງ.

ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ແຈ້ງໃຫ້ຮູ້ວ່າ: ທາງສະຫະພັນແມ່ນມີຄວາມຍິນດີ ແລະ ໃຫ້ການສະໜັບສະໜູນສະຖານທີ່ ເພື່ອກຽມເປັນໂຮງໝໍພາກສະໜາມ ແລະ ເປັນບ່ອນກັກກັນຜູ້ຕິດເຊື້ອໃນກໍລະນີບໍ່ຮຸນແຮງ; ສຳນັກງານໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ຕັ້ງຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ມີ 3 ອາຄານ, 1 ສູນຝຶກ ຄື:

ອາຄານທີ 1 ແມ່ນເດີ່ນຮົ່ມຟຸດຊໍ ຂະໜາດ 47 × 36 ແມັດ ມີຫ້ອງນໍ້າລວມ 6 ຫ້ອງ, ຫ້ອງອາບນ້ຳ 10 ຫ້ອງ, ຫ້ອງສ້ວມ 16 ຫ້ອງ, ປະຕູເຂົ້າ-ອອກ 7 ປະຕູ; ອາຄານທີ 2 ຫໍພັກຊາຍ ຊັ້ນ 1 ມີຫ້ອງນອນ 7 ຫ້ອງ ມີ 9 ຕຽງນອນ ມີຫ້ອງນ້ຳ 3 ຫ້ອງ, ຊັ້ນ 2 ມີ 18 ຫ້ອງນອນ ມີ 34 ຕຽງນອນ ມີຫ້ອງນໍ້າລວມ 4 ຫ້ອງ, ຫ້ອງອາບນ້ຳ 8 ຫ້ອງ; ອາຄານທີ 3 ຫໍພັກຍິງ ຊັ້ນ 1 ມີຫ້ອງໂຖງໃຫຍ່ 1 ຫ້ອງ, ມີ 8 ຫ້ອງນອນ ພ້ອມຫ້ອງນ້ຳ ມີຫ້ອງນ້ຳລວມ 4 ຫ້ອງ ແລະ ຫ້ອງອາບນໍ້າ 12 ຫ້ອງ, ຊັນທີ 2 ຫ້ອງໂຖງໃຫຍ່ 4 ຫ້ອງ, ຫ້ອງນອນ 4 ຫ້ອງພ້ອມຫ້ອງນໍ້າ ແລະ ຫ້ອງນໍ້າລວມ 4 ຫ້ອງ. ນອກຈາກນີ້, ຍັງມີຫ້ອງອາຫານທີ່ເປັນຫ້ອງໂຖງໃຫຍ່ ແລະ ມີຫ້ອງພິເສດ.

ສຳລັບອີກ 1 ສູນ ເປັນສູນຝຶກບານເຕະຂອງສະຫະພັນບານເຕະແຫ່ງຊາດລາວ ຢູ່ຫລັກ 16 ເປັນຕຶກ 2 ຊັນ ຄື: ຊັ້ນທີ 1 ມີຫ້ອງອາຫານ, ຫ້ອງປະຊຸມ, ຫ້ອງອາບນ້ຳ ແລະ ຫ້ອງນ້ຳ; ຊັ້ນທີ 2 ມີຫ້ອງໂຖງໃຫຍ່ 2 ຫ້ອງ ສາມາດບັນຈຸຜູ້ເຂົ້າພັກໄດ້ 60 ຄົນ, ມີຫ້ອງນໍ້າຕິດ ແລະ ຫ້ອງດ່ຽວມີ 4 ຫ້ອງ.ຂ່າວ-ພາບ: ສົມຫວັງ