ໃກ້ຈະເຂົ້າສູ້ຊ່ວງທ້າຍປີແລ້ວ ມື້ນີ້ເຮົາຈະພາໝູ່ເພື່ອນມາເບີ່ງຄວາມເຊື່ອນັ້ນເປັນສິ່ງທີ່ຢູ່ຄູ່ກັບບ້ານເຮົາມາຢ່າງດົນນານບໍ່ວ່າຈະເປັນຄວາມເຊື່ອທີ່ກຽວກັບພຸດທະສາສະໜາຢ່າງເປັນສິ່ງດີ

ຜີສາງຮ່ວມເຖີງເຈົ້າທີ່ເຈົ້າທາງ ແລະ ຜີບ້ານຜີເຮືອນອີກດ້ວຍ ເຊີ່ງມື້ນີ້ເຮົາຈະມາເວົ້າເຖີງເລື່ອງທີ່ກ່ຽວກັບສອງຢ່າງ ນັ້ນກໍ່ຄືການນົບເຈົ້າທີ່ໃນເຮືອນນັ້ນເອງ ການຈັດດັ່ງກ່າວຈື່ງເປັນການນົບເຈົ້າທີ່ ທີ່ມີຢູ່ແລ້ວໃນຕົວເຮືອນດັ່ງນັ້ນເຮົາຈື່ງຄວນນົບທຸກໆ 3-6 ເດືອນຕໍ່ເທື່ອ (ເປັນຢ່າງນ້ອຍ) ເພື່ອເປັນການຂໍຂະມາໃນບາງເທື່ອ ທີ່ເຮັດຫຍັງລ່ວງເກິນໄປ

ເຮັດໄດ້ເອງທຸກເວລາສວຍ ຂອງວັນອັງຄານ ແລະ ວັນເສົາ ເພາະຖືເປັນມື້ຮັບໂດຍໃຫ້ຈັດກຽມອຸປະກອນການນົບດັ່ງນີ້ :

# ວີທີການນົບເຈົ້າທີ່ກາງບ້ານ


# ວີທີການຈັດເຄື່ອງໃຫ້ໃຊ້ຜ້າປູກາງເຮືອນ ໂດຍຫັນຫຼັງໃຫ້ກັບປະຕູໜ້າ ແລ້ວເອົາເຄື່ອງທຸກຢ່າງວາງເທີງຜ້າຂາວຈາກນັ້ນໃຫ້ ຈຸດທູບທຽນແລ້ວກ່າວຂໍຂະມາ…ນຳເຈົ້າທີ່ ເຈົ້າທາງ ເຈົ້າດີນ ເຈົ້າດອນ ເຈົ້າບ້ານ ເຈົ້າເຮືອນ ຫຼັງນີ້ ມື້ນີ້ເປັນມື້ດີຂ້າພະເຈົ້າ….(ຊື່-ນາມສະກຸນ)….ນຳເອົາເຄື່ອງມາບູຊາມາຕັ້ງຖວາຍເພື່ອຂໍຂະມາຫາກມີສິ່ງໃດກໍ່ຕາມທີ່

ຂ້າພະເຈົ້າໄປເຮັດຜິດໄປທັງຕັ້ງໃຈກໍ່ດີບໍ່ຕັ້ງໃຈກໍ່ດີທັງຮູ້ສືກດີ ຂ້າພະເຈົ້າຂໍອະໂຫສີກຳທ່ານ ຂໍທ່ານຈົ່ງໂປດລົດໂທດ ແລະ ອະໂຫສີກຳໃຫ້ແກ່ ຂ້າພະເຈົ້າດ້ວຍເຖີດ ແລະ ຊ່ວຍ ….(ອາທິຖານຂໍໃຫ້ຕາມປາດຖະໜາ)….
ຈາກນັ້ນໃຫ້ຖ້າຈົນທູບໝົດ (ພາຍໃນເຮືອນ) ແລ້ວຄ່ອຍດັບທຽນ ແລະ ເອົາໝາກໄມ້ໂດຍວີທີການກໍ່ຄືໄດ້ຈັບທີ່ຕົວພານ ຫຼື ຖາດໝາກໄມ້ແລ້ວເວົ້າວ່າຂໍແດນຂໍຊານໃຫ້ລູກໃຫ້ຫຼານກີນ ເພື່ອຄວາມເປັນສີລີມົງຄຸນ ຈາກນັ້ນກໍ່ນຳໄປກີນນຳເລີຍ

ມີພຽງເທົ່ານີ້ກໍ່ຊ່ວຍທ່ານພົ້ນຈາກຄວາມຍາກຈົນ, ຄວາມຊວຍຫາເງີນບໍ່ຫມານບໍ່ຂື້ນ..ອ່ານແລ້ວຕ້ອງແຊເກັບໄວ້ເພື່ອໄປປະຕິບັດເດີ ສະເຖີ້ນ. ຂໍໃຫ້ທ່ານຜູ້ອ່ານຮອດນີ້ຈົ່ງມີແຕ່ຄວາມດີ,ລຳລວຍ, ໄຂ້ຢ່າປ່ວຍເຈັບຢ່າເປັນ…ສາທຸສາທຸສາທຸ!