Lao National Radio ໄດ້ໃຫ້ຮູ່ວ່າ: ກອງປະຊຸມຄົບຄະນະສະໄໝ ສະໄໝວິ ສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝວິສາມັນ ສະໄໝທີ XI ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເອົາໃຈໃສ່ພ້ອມກັນຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ19 ຢ່າງເຂັ້ມງວດ

ເຊິ່ງໄດ້ໃຫ້ທິດຊີ້ນຳ ຕໍ່ບັນຫາທີ່ເປັນຍຸດທະສາດ ຕົ້ນຕໍຂອງຊາດ ທີ່ບັນດາບັນຫາອັນສຳຄັນຮີບດ່ວນ ທີ່ເລັ່ງທວງໃຫ້ ຕ້ອງເຊີດຊູບົດບາດການນໍາພາຊີ້ນໍາໂດຍກົງ ແລະ ຮອບດ້ານທີ່ມີຄວາມຈຳເປັນຕ້ອງໄດ້ຮັບການແກ້ໄຂດັ່ງນີ້

1. ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້າເສດຖະກິດ-ການເງິນ
2. ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະແກ້ໄຂບັນຫາຢາເສບຕິດ
3. ການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ທຸກຂອດໃນວຽກງານພະນັກງານ