Breaking News

ກໍ່ເຫດລັກລົດເຖິງ 23 ຄັນ ເຈົ້າໜ້າທີ່ກູ້ຄືນໄດ້ 8 ຄັນ ພ້ອມສົ່ງຄືນໃຫ້ເຈົ້າຂອງເດີມ

ໃນວັນ 21 ມິຖຸນາ 2021ນີ້, ເຈົ້າໜ້າທີ່ ປກສ ນະຄອນ ໄກ ສອນ ພົມວິຫານ ໄດ້ນໍາເອົາລົດ ຈັກເວັບ100 ຈໍານວນ 8 ຄັນ ທີ່ເກັບກູ້ໄດ້ຈາກຄະດີລັກຊັບພົນ ລະເມືອງ ມອບໃຫ້ເຈົ້າຂອງເດີມ ຊຶ່ງກ່າວມອບໂດຍທ່ານ ພັຕ ພອນ ໄຊ ກຸນນຸວົງ ຮອງຫົວໜ້າພະແນກ ຕຳຫຼວດກອງບັນຊາການ ປກສ ນະຄອນ ຜູ້ຊີ້ນຳວຽກງານສືບ ສວນ-ສອບສວນ.

ທ່ານ ພັຕ ພອນໄຊ ກຸນນຸວົງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ໄດ້ມີເຫດການຄົນຮ້າຍໄດ້ເຄື່ອນ ໄຫວກໍ່ເຫດປຸ້ນຊັບ, ຊິງຊັບ ແລະ ລັກຊັບພົນລະເມືອງ (ລັກລົດຈັກ) ຢູ່ພາຍໃນນະຄອນໄກສອນ ພົມ ວິຫານ ເຮັດໃຫ້ເກີດຜົນເສຍຫາຍ ຕໍ່ຊັບສິນຂອງປະຊາຊົນຕໍ່ກັບສະ ພາບການດັ່ງກ່າວ, ເຈົ້າໜ້າທີ່ ປກສ ນະຄອນ ກໍ່ໄດ້ລົງເກັບຂໍ້ມູນ ຫຼັກຖານໃນສະຖານເປົ້າໜາຍທີ່ເກີດເຫດ, ຈົນມາວັນທີ 18 ພຶດສະພາ 2021 ໃນເວລາ 17 ໂມງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກັກຕົວ ທ້າວ ພອນສະຫວັນ ຫຼືອ້າຍ ອາຍຸ 35 ປີ ອາຊີບວ່າງ ງານ ບ້ານໄຊຍະພູມ, ນະຄອນ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ.

ເຊິ່ງຜ່ານການສືບ ສວນ-ສອບສວນ, ທ້າວພອນສະ ຫວັນ ຫຼືອ້າຍສາລະພາບວ່າ: ໄດ້ ເຄື່ອນໄຫວກໍ່ເຫດກະທຳຜິດຢູ່ ພາຍໃນນະຄອນໄກສອນ ພົມວິ ຫານ ມີທັງໜົດຈຳນວນ 29 ເຫດ ການຄື: ປຸ້ນຊັບ 01 ຄັ້ງ, ຊິງຊັບ 03 ຄັ້ງ, ສໍ້ໂກງຊັບ 01 ແລະລັກ ຊັບພົນລະເມືອງ 24 ຄັ້ງ ໃນນັ້ນ ໄດ້ລັກລົດຈັກ 23 ຄັ້ງ ຊຶ່ງຜູ້ກ່ຽວ ໄດ້ໃຊ້ມີດຈີ້ນາບຂູ່ປຸ້ນເອົາຊັບສິນຂອງຜູ້ເສຍຫາຍຢູ່ຫ້ອງເຊົ່າຫຼັກ 08, ບ້ານອຸດົມວິໄລ ນະຄອນໄກ ສອນ ພົມວິຫານ, ໄດ້ຊີງຊັບດຶງກະ ເປົ໋າສອງແມ່ລູກຈົນເຮັດໃຫ້ລົດ ລົ້ມຢູ່ໜ້າພັດທະຄານຮຸ່ງທິບ ບ້ານທ່າເມືອງ,

ໂດຍໄດ້ຮ່ວມກັບ ທ້າວ ວິຊຸນ ຫຼືຕຸກຊີງຊັບໄດ້ດຶງ ເອົາກະເປົ໋າຢູ່ຮ້ານອາຫານໂຊກ ໄຊ ບ້ານໂພນສະຫວ່າງໃຕ້ ແລະ ດຶງເອົາເປົ໋າຢູ່ຮ້ານເຊີ້ບ້ານໂນນ ສະຫວາດນະຄອນ ໄກສອນ ພົມ ວິຫານ, ໄດ້ສໍ້ໂກງຊັບໂດຍໃຊ້ຮູບ ການຕົວຢືມເອົາລົດຈັກ 01 ຄັນ ແລ້ວເອົາໄປຂາຍເລີຍ, ໄດ້ເຂົ້າໄປ ລັກໂນດບຸກຂອງຄູບາຢູ່ກຸດຕິ ພາຍໃນວັດໃຫຍ່ໄຊຍະພູມ 01 ຄັ້ງ, ເຊິ່ງຜູ້ກ່ຽວແມ່ນໄດ້ເຄື່ອນ ໄຫວໂດຍການເລາະຫາລັກລົດ ຈັກໄດ້ທັງໜົດ 23 ຄັ້ງ ແລະຜົນ ເສຍຫາຍລົດຈັກຈຳນວນ 23 ຄັນ ແລະຍັງໄດ້ຮ່ວມກັບເມຍຊື່ນາງ ກຸ້ງໄປລັກລົດຈັກຈຳນວນ02 ຄັນອີກ.

ມາຮອດວັນທີ 2 ມິຖຸ ນາ 2021, ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ ປະສານສົມທົບກັບທຸກພາກສ່ວນ ໄຕ່ນຳລົດຈັກທີ່ທ້າວພອນສະ ຫວັນ ຫຼືອ້າຍໄດ້ນຳໄປຂາຍມີຈຳ ນວນ 19 ຄັນ, ໄດ້ເຄື່ອງຂອງ ກາງລົດ ແລະສາມາດເກັບກູ້ຄືນ ມາໄດ້ຈຳນວນ 08 ຄັນ ແລະທາງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງ ໄດ້ກວດກາ ແລະໄດ້ມອບລົດຈັກຈຳນວນໜຶ່ງຄືນໃຫ້ເຈົ້າຂອງເດີມ. ສ່ວນຜູ້ກະທຳຜິດ ແມ່ນຈະໄດ້ດຳ ເນີນຄະດີຕາມລະບຽບກົດໜາຍ ແລະສ່ວນພາຫະນະທີ່ຍັງເຫຼືອ ແມ່ນຈະໄດ້ສືບຕໍ່ໄຕ່ນຳເກັບກູ້ຄືນ ເພື່ອສົ່ງຄືນໃຫ້ເຈົ້າຊັບຕໍ່ໄປ.

ໃນໂອກາດນີ້, ທ່ານ ພັຕ ພອນ ໄຊ ກຸນນຸວົງ ໄດ້ຮຽກຮ້ອງມາຍັງ ປະຊາຊົນ, ຊາວຄ້າຂາຍ, ນັກ ຮຽນ-ນັກສຶກສາ ແລະຜູ້ປະກອບ ການຕ່າງໆ ໃຫ້ມີສະຕິວັງຕົວໃນ ການຮັກສາຊັບສິນຂອງຕົນເປັນ ຕົ້ນແມ່ນລົດຈັກ ໃຫ້ຈອດໄວ້ບ່ອນ ທີ່ມີຄວາມ ປອດໄພ ພ້ອມທັງເປັນ ຫູເປັນຕາຊ່ວຍເຈົ້າໜ້າທີ່ຖ້າພົບ ເຫັນເຫດການບໍ່ດີໃຫ້ຮີບຮ້ອນ ລາຍງານຕໍ່ເຈົ້າໜ້າທີ່ ເພື່ອແກ້ໄຂ ເຫດການໃຫ້ທັນເວລາ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.