Breaking News

ຊົມເຊີຍ ສປ ຈີນ ສືບຕໍ່ສົ່ງຄະນະຊ່ຽວຊານການແພດ ພ້ອມດ້ວຍອຸປະກອນການແພດຊ່ວຍເຫຼືອ ສປປ ລາວໃນການຕ້ານພະຍາດໂຄວິດ-19.

ໃນວັນທີ 24 ເມສາ , ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ລັດຖະບານຈີນ ໄດ້ສົ່ງຄະນະຊ່ຽວຊານການແພດກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ມາຊ່ວຍເຫຼືອ ສປປ ລາວ ອີກຄັ້ງ ເພື່ອຮ່ວມກັນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19

ໂອກາດນີ້, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ລັດຖະບານ ກໍຄື ກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ມີຄວາມເປັນຫ່ວງເປັນໃຍ ຕໍ່ລັດຖະບານ ກໍຄືປະຊາຊົນລາວ ບັນດາເຜົ່າເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ

ຊ່ວຍເຫຼືອເຊິ່ງກັນ ແລະກັນ ແບບເພື່ອນມິດສະຫາຍທີ່ໃກ້ຊິດກັນ. ພ້ອມກັນນີ້, ກໍ່ຈະໄດ້ນຳເອົາອຸປະກອນການແພດດັ່ງກ່າວ ໄປແຈກຢາຍໃຫ້ຕາມບັນດາໂຮງໝໍຂອງກອງທັບ, ບັນດາກົມກອງ, ກອງພົນໃຫ່ຍ, ກອງບັນຊາການທະຫານແຂວງ ເພື່ອນໍາໃຊ້ເຂົ້າໃນການຕໍ່ຕ້ານພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີທີ່ສຸດ

ສໍາລັບຄະນະຊ່ຽວຊານການແພດກອງທັບປົດປ່ອຍປະຊາຊົນຈີນ ທີ່ເດີນທາງມາຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ມີທັງໝົດ 5 ທ່ານ ເຊິ່ງຈະໄດ້ໄປປະຈຳການ ຢູ່ໂຮງໝໍ 103, ພ້ອມນັ້ນ ຍັງມີອຸປະກອນການແພດ ຈຳນວນໜຶ່ງ ເປັນຕົ້ນແມ່ນ:

ນໍ້າຢາກວດຫາເຊື້ອໂຄວິດ-19 (PCR) ຈຳນວນ 10.000 ອັນ,

ຜ້າປິດປາກ ລຸ້ນ KN 95 10.000 ອັນ, ຜ້າປິດປາກທົ່ວໄປ 30.000 ອັນ,

ແວ່ນຕາປ້ອງກັນທາງການແພດ 200 ອັນ,

ສົບມືທາງການແພດ 10.000 ຊຸດ,

ໝວກສຳລັບຜ່າຕັດ 10.000 ອັນ,

ຊຸດນຸ່ງປ້ອງກັນ 10.000 ອັນ,

ເຄື່ອງວັດອຸນນະພູມ (ລຸ້ນແສງອິນຟ້າເລດ) 100 ອັນ,

ເຈວລ້າງມື 1000 ກ່ອງ( ກ່ອງລະ500 ມິລິລິດ),

ຖັງຂີ້ເຫຍື້ອທາງການແພດ 100 ອັນ,

ຕຽງນອນທາງການແພດ 50 ຕຽງ.

ທີ່ມາ: https://m.facebook.com/story.php?story_fbid=2629856247233274&id=1620512771500965

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.