Breaking News

ເຈົ້າໜ້າທີ່ ເຂົ້າກວດເຮັດບົດບັນທຶກນຳຮ້ານກີນດື່່່ມ ທີ່ລະເມີດມະຕິຄຳສັ່ງ

ຈາກການລາຍງານຂອງພົນລະເມືອງດີ ໃນເວລາ 23ໂມງ 00 ນາທີ ຂອງວັນທີ່ 25 ມິຖຸນາ 2021 ວ່າ: ມີກຸ່ມຄົນຈໍານວນໜຶ່ງໄດ້ພາກັນຕັ້ງວົງຊຸມແຊວເຫຼົ້າເບຍ ຢູ່ຮ່ອມ 09 ບ້ານໄຊສົມບູນ ເມືອງໄຊທານີ ນວ,

ເຈົ້າໜ້າທີ່ສະຖານີ 1191 ໄຊສົມບູນ ສົມທົບກັບອຳນາດການປົກຄອງບ້ານລົງກວດກາຕົວຈິງພົບເຫັນກຸ່ມຄົນຈຳນວນໜຶ່ງກຳລັງຊຸມແຊວເຫຼົ້າເບຍກັນ ຈຶ່ງໄດ້ສຶກສາອົບຮົມ ກ່າວເຕືອນພ້ອມທັງເຮັດບົດບັນທຶກໄວ້,

ນອກນີ້ ຍັງກວດກາພົບເຫັນຮ້ານອາຫານ ຈຳນວນ 3 ຮ້ານທີ່ລັກລອບເປີດໃຫ້ບໍລິການທີມີລັກສະນະຊຸມແຊວເຫຼົ້າເບຍຈຶ່ງໄດ້ສຶກສາອົບຮົມພ້ອມທັງເຮັດບົດບັນທຶກ ຖ້າມີການລະເມີດອີກຈະດຳເນີນຕາມ

ກົດໝາຍຢ່າງເຂັ້ມງວດ. ຈາກບັນຫາດັ່ງກ່າວເຫັນວ່າ ຍັງມີກຸ່ມຄົນຈຳນວນໜຶ່ງຖືເບົາຕໍ່ກັບຄຳສັ່ງ, ແຈ້ງການ ຂອງຂັ້ງເທິງທີ່ໄດ້ວາງອອກ, ຈຶ່ງເປັນບັນຫາທີ່ເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດ.

ສະນັ້ນ, ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນແມ່ນໃຫ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດຄຳສັ່ງ, ແຈ້ງການຂອງຂັ້ນເທິງທີ່ໄດ້ວາງອອກໃນແຕ່ລະໄລຍະ ເພື່ອຄວບຄຸມສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19

ໃຫ້ໝົດໄປ ແລະ ຂໍໃຫ້ປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນເຫດການເຄື່ອນໄຫວທີ່ຜິດຕໍ່ກົດໝາຍໃຫ້ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.