ອ່ານໃຫ້ຈົບໂພສນີ້ ຕັ້ງແຕ່ແຕ່ງດອງຂ້ອຍຢ້ານເມຍ ເພາະການເປັນແມ່ຄົນເປັນຜູ້ຍິງນິມັນບໍ່ງ່າຍເລີຍ

ຈາກໂພສ Pang Inthaphatha ໂພສຖືກໃຈສາວໆ ວ່າ ຕັ້ງແຕ່ມີເມຍມີລູກມາ, ຫຼາຍຄົນກາຖາມກາເວົ້າວ່າຫາຍໜ້າຫາຍຕາເລີຍເນາະ!!

ເມຍບໍ່ໃຫ້ອອກບ້ານແມ່ນບໍ່?ຢ້ານເມຍແມ່ນບໍ່?? ຄຳຕອບຄື ”ແມ່ນ” ຂ້ອຍຢ້ານແຕ່ຢ້ານເມຍໃນທີ່ນີ້ກາຄືຢ້ານເມຍເມື່ອຍເພາະການເປັນແມ່ຄົນ ແລະ ຂ້ອຍຄິດວ່າການເປັນຜູ້ຍິງນິມັນບໍ່ງ່າຍເລີຍ,

ຕັ້ງແຕ່ເມຍຕັ້ງທ້ອງຖືພາສິ່ງທີ່ສັງເກດເຫັນທຳອິດເລີຍກາຄືເມຍກິນຫຼາຍກິນຈົນນໍ້າໜັກຂຶ້ນແຕ່ສິ່ງທີ່ສັງເກດເຫັນອີກຢ່າງໜຶ່ງກາຄືອາການເຈັບແອວເພາະຕ້ອງໄດ້ຮັບນໍ້າໜັກຂອງເດັກທີ່ຢູ່ໃນທ້ອງທຸກໆມື້,

ບາງທີຍັງມີອາການວິນວຽນຫົວປວດຮາກອີກ ແລະ ຍັງມີການທີ່ຕ້ອງໄດ້ຄະລຳອາຫານການກິນອີກບາງອັນມັກກາກິນບໍ່ໄດ້ຄິດຫຼິ້ນໆຖ້າເປັນຂ້ອຍຄືຊິອົດບໍ່ໄດ້ຖ້າບໍ່ໄດ້ກິນຕ້ອງເປັນຊຶມເສົ້າພຸ້ນແຫຼະຄິດເບິ່ງເມຍເຮົາຕ້ອງອົດຊໍ່າໃດ

ແລະ ຕ້ອງແລກດ້ວຍຮ່າງກາຍຂອງຕົນເອງເພື່ອໂຕນ້ອຍໆໃນທ້ອງຂອງເຂົາເຈົ້າ ແລະບໍ່ແມ່ນເກີດລູກແລ້ວລະຈະແລ້ວບັນຫາທີ່ຈະຕາມມາກາຄືເຈັບນົມເວລາໃຫ້ນົມລູກ, ເອົາລູກຄົນດຽວບໍ່ມີເວລາໄດ້ພັກເຮັດໃຫ້ນໍ້ານົມໜ້ອຍຈົນເຮັດໃຫ້ຄຽດ

ແລະ ພາໃຫ້ເກີດພາວະໂລກຊຶມເສົ້າທີ່ແມ່ລູກອ່ອນຫຼາຍຄົນຕ້ອງພົບເຈິເຊິ່ງຂ້ອຍກາບໍ່ຢາກໃຫ້ເກີດກັບເມຍຂອງຕົນແລະຂ້ອຍຄິດວ່ການລ້ຽງລູກບໍ່ແມ່ນຂອງແມ່ພຽງຄົນດຽວແຕ່ແມ່ນທັງຂອງພໍ່ ແລະ ແມ່ສະນັ້ນຂ້ອຍຈັ່ງຢາກຊ່ວຍເທົ່າທີ່ຂ້ອຍຊ່ວຍໄດ້.


ບາງທີຍັງເກີດຄຳຖາມຕາມມາອີກຊັ້ນຊິເອົາລູກມາໃຫ້ເປັນພາລະເຮັດຫຍັງ?ສຳລັບຂ້ອຍລູກບໍ່ແມ່ນພາລະແຕ່ແມ່ນໜ້າທີ່ທີ່ຂ້ອຍເຕັມໃຈເຮັດ, ເຮົາມີເວລາຢູ່ນຳລູກແຕ່ຊ່ວງເພິ່ນຍັງນ້ອຍເພາະດຽວເພິ່ນໃຫຍ່ມາຊິບໍ່ໄດ້ໃກ້ຊິດເພິ່ນຄືຕອນຍັງນ້ອຍ,
ສະນັ້ນແລ້ວຖ້າມີເວລາຈັ່ງຢາກໃກ້ຊິດຢາກຢູ່ນຳເພິ່ນໃຫ້ຫຼາຍທີ່ສຸດແລະຈະລ້ຽງເຈົ້າໃຫ້ດີທີ່ສຸດເດີ້ລູກເອີ້ຍ papi mami = taylor
ຈາກໂພສ Pang Inthaphatha