ຜີຂາຍໜ້າ 😡ເຈົ້າໜ້າທີ່ຕຳຫລວດແຂວງສະຫວັນນະເຂດ ເປັນຜູ້ອຳນວຍຄວາມສະດວກໃຫ້ ຄົນໄທ 2ຄົນແລະເອື້ອຍຮັກ59 ມາແຜ່ເຊື້ອໃສ່ແຜ່ນດິນລາວ ຂໍໃຫ້ທາງການລົງວິໄນຢ່າງສະສົມ.

ຜູ້ຕິດCovid-19 ຊື່ທ້າວສີສະຫວັນ ບ້ານໂພນສະຫວ່າງໃຕ້ ເມືອງໄກສອນ ໃນຟອມກວດຜູ້ກ່ຽວບອກວ່າໃກ້ສິດກັບນາງຕີນາຜູ້ຕິດໂຄວິດກໍລະນີທີ່59

ຄວາມຈິງຜູ້ກ່ຽວຮູ້ຈັກກັບຊາຍໄທທີ່ລັກຂ້າມມາສະຫວັນຕອນນາງຕີນ່າລົງໄປສະຫວັນຫາເອື້ອຍຮັກ ຜູ້ກ່ຽວກໍໄປນຳໄປຫລີ້ນໄປທ່ຽວນຳກັນ ຈົນຕິດເຊື້ອ ແລະ ອາດແຜ່ເຊື້ອໄປວົງກ້ວາງແລ້ວ

ຄຳຖາມຈາກສັງຄົມຄືເປັນເຖິງເຈົ້າໜ້າທີ່ ປ່ອຍປະລະເລີຍ ຮູ້ວ່າເຂົາລັກຂ້າມມາ ເຂົາມາຈາກປະເທດກຳລັງມີການລະບາດຂອງໂຄວິດ ບໍ່ດຳເນິນຄະດີກັບເຂົາ ຍັງໄປຫລີ້ນໄປທ່ຽວນຳ ແບບນີ້ຖືວ່າທຳຜິດວິໃນຮ້າຍແຮງ

ເລື່ອງນີ້ຜູ້ບັງຄັບບັນຊາຂອງຜູ້ກ່ຽວຕ້ອງຊີ້ແຈງຕໍ່ປະຊາຊົນແຂວງສະຫວັນນະເຂດ ແລະ ປະຊາຊົນລາວທົ່ວປະເທດ ເບິ່ງຕອນເຊັກອິນ ວັນທີ 9 ມີນາ 2021 ສະແດງວ່າພວກເຂົາແຫກດ່ານຂ້າມໄປມາຕະຫຼອດ ເພາະປະເທດລາວປິດດ່ານແຕ່ປີກາຍ 😡

ທີ່ມາ
