ສຳຫຼັບເຮືອນທີ່ມີລູກນ້ອຍມັກຈະມີຄຳຖາມຕາມມາວ່າ ຖ້າຫາກລູກຢູ່ໃນຫ້ອງແອຫຼາຍເກີນໄປ ລູກຈະຕິດແອບໍ? ເວລາອອກໄປນອກລູກຈະບໍ່ສະບາຍຫຼືບໍ ໄປຟັງຄຳຕອບນຳກັນເລີຍ:

ດ້ວຍສະພາບອາກາດໃນບ້ານເຮົາເປັນເມືອງທີ່ຮ້ອນ ຄົນສ່ວນໃຫຍ່ຈີ່ງມັກຈະຕິດການໃຊ້ຊີວິດຕ້ອງເພີ້ງເຄື່ອງປັບອາກາດ ຫຼື ທີ່ເຮົາເອີ້ນຕິດປາກກັນວ່າ ແອ ແລະ ສຳຫຼັບບ້ານທີ່ມີລູກນ້ອຍມັກຈະມີຄຳຖາມສະເໝີວ່າ ຖ້າຫາກລູກຢູ່ໃນຫ້ອງແອຫຼາຍເກີນໄປ ລູກຈະຕິດແອບໍ່? ການລ້ຽງລູກໃນຫ້ອງແອມີຂໍ້ດີ ແລະ ຂໍ້ເສຍດັ່ງລຸ່ມນີ້:

+ ຂໍ້ດີຂອງການໃຫ້ລູກຢູ່ໃນຫ້ອງແອ– ສາມາດຄວບຄຸມອຸນຫະພູມພາຍໃນຫ້ອງໄດ້ ເຮັດໃຫ້ລູກບໍ່ໜຽວໂຕ, ນອນຫຼັບສະບາຍຂື້ນ, ອາລົມດີ, ຫຼຸດຄວາມຫງຸດຫງິດ, ຄວາມບໍ່ສະບາຍໂຕໃຫ້ລູກໄດ້.– ປ້ອງກັນສຽງລົບກວນຈາກພາຍນອກ.

+ ຂໍ້ເສຍ ຄວນລະວັງເມື່ອໃຫ້ລູກຢູ່ໃນຫ້ອງແອ– ເມື່ອລູກຢູ່ໃນຫ້ອງແອດົນໆ ອາດຈະເຮັດໃຫ້ລູກຜີວແຫ້ງ, ດັງແຫ້ງ ແມ່ຄວນທາຄີມສຳລັບເດັກເພື່ອໃຫ້ລູກມີຜີວທີ່ບໍ່ແຫ້ງ ແລະ ຄັນ ເຮັດໃຫ້ລູກເກົາຈົນເປັນແຜ.

– ການໃຫ້ເດັກຢູ່ໃນຫ້ອງແອດົນໆ ມີຄວາມສ່ຽງທີ່ຈະເຮັດໃຫ້ເດັກເກີດອາການພູມແພ້ ຫຼື ພະຍາດກ່ຽວກັບລະບົບທາງເດີນຫາຍໃຈໄດ້ ຫາກແອບໍ່ສະອາດ ຫຼື ບໍ່ໄດ້ຮັບການລ້າງແອເປັນເວລາດົນນານ.
+ ເຄັດລັບການລ້ຽງລູກໃນຫ້ອງແອມີດັ່ງນີ້:ປັບອຸນຫະພູມໃຫ້ຢູ່ໃນລະດັບທີ່ພໍດີ ບໍ່ຮ້ອນ ຫຼື ເຢັນເກີນໄປ ປະທານ 25-27 ອົງສາຕັ້ງປັບພັດລົມແອໃຫ້ເປັນລະບົບ Auto Swing ແລະຕັ້ງ Sleep ໂໝດ ເພື່ອເຮັດໃຫ້ອຸນຫະພູມໃນຫ້ອງແອບໍ່ເຢັນຈົນເກີນໄປ ແລະ ກະຈາຍຄວາມເຢັນທົ່ວຫ້ອງຫຼິກລ່ຽງການເປີນແອໃນຕອນເຊົ້າ ແລະ ຕອນກາງຄືນ ເພາະອາກາດຄ່ອນຂ້າງຈະເຢັນຢູ່ແລ້ວ.

– ຕຽງ ຫຼື ເບາະນັ່ງຫຼີ້ນຂອງລູກ ໃຫ້ຫຼີກລ່ຽງຈາກທິດທາງລົມ ບໍ່ໃຫ້ຢູ່ໃນລະດັບທີ່ຖືກລົມແອໂດຍກົງ ເພາະຫາກລົມແອຖືກຫົວລູກໂດຍກົງກໍ່ອາດເຮັດໃຫ້ລູກບໍ່ສະບາຍໄດ້
– ເປີດຫ້ອງໃຫ້ອາກາດພາຍນອກໄຫຼວຽນເຂົ້າມາໃນຫ້ອງຢ່າງໜ້ອຍມື້ລະ 3-4 ຊົ່ວໂມງ ແລະ ຄວນເປີດຜ້າກັ້ງໃຫ້ແດດສ່ອງເຂົ້າມາພາຍໃນຫ້ອງເພື່ອຂ້າເຊື້ອພະຍາດ

– ໃຊ້ຜ້າແພຊຸບນຳ້ເຊັດເຮັດຄວາມສະອາດຕາມເຟີນິເຈີແທນການປັດຝຸ່ນ ເພາະການປັດຈະເຮັດໃຫ້ຝຸ່ນພຸ້ງກະຈາຍຫຼາຍຂື້ນ
– ຫຼິກລ່ຽງການໃຊ້ແອເຄື່ອນທີ່ຊະນິດເຕີມນຳ້ ຫຼື ເຕີມນຳ້ແຂງ ເພາະວ່າຈະເຮັດໃຫ້ລູກຫາຍໃຈເອົາລະອອງນຳ້ເຂົ່າໄປນຳ ອາດສົ່ງຜົນໃຫ້ປອດບວມໄດ້.
– ບໍ່ຄວນພາລູກເຂົ້າຫ້ອງແອທັນທີຫຼັງອາບນຳ້ແລ້ວ ຫຼື ພາລູກຍ່າງເຂົ້າອອກຫ້ອງແອກັບອາກາດພາຍນອກປະຈຳ ເພາະຈະໃຫ້ຮ່າງກາຍຂອງລູກປັບອຸນຫະພູມບໍ່ທັນຈົນບໍ່ສະບາຍຈົນໄດ້
Southern Times News | ສານຂ່າວ ຈາກແດນໃຕ້