Breaking News

ແຈ້ງການເມືອງໂພນໂຮງ​ ແຂວງວຽງຈັນເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການ

ຄະນະກໍາມະການປ້ອງກັນ, ສະກັດກັນພະຍາດໂຄວິດ 19 ເມືອງໂພນໂຮງ ແຈ້ງການເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການດັ່ງນີ້:

ຫນ້າຫລັກ ຂ່າວທົ່ວໄປແຈ້ງການເມືອງໂພນໂຮງ​ ແຂວງວຽງຈັນເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການ01ຄະນະກໍາມະການປ້ອງກັນ, ສະກັດກັນພະຍາດໂຄວິດ 19 ເມືອງໂພນໂຮງ ແຈ້ງການເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການດັ່ງນີ້

:1.ສືບຕໍ່ເພີ່ມທະວີການໂຄສະນາ, ສຸຂະສຶກສາ ແລະ ເປັນເຈົ້າການປະຕິບັດມາດຕະການປ້ອງກັນເຊື້ອພະຍາດໂຄວິດ 19.

2.ສືບຕໍ່ປິດກິດຈະການຮ້ານບັນເທິງ,ຮ້ານຄາລາໂອເກະ, ຮ້ານກິນດື່ມ, ຮ້ານອາຫານບຸບເຟທຸກປະເພດ, ຮ້ານອນເຕີເນັດຄາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາພື້ນເມືອງ, ຮ້ານສະນຸກເກີ,ສັງວຽນຕີໄກ່, ສູນກິລາໃນຮົ່ມ, ຫ້າມຈັດກິດຈະກໍາເຕະບານ, ຕີມວຍ ແລະ ອື່ນໆ.

3.ໃຫ້ກອງບັນຊາການ ປກສ ເມືອງ ປີດບໍລິການເອກະສານຊົ່ວຄາວຈົນກວ່າຈະມີຄໍາສັ່ງໃຫ້ສືບຕໍ່ຈື່ງຈັດຕັ້ງປະຕິບັດ.

4.ຫ້າມບໍ່ໃຫ້ບ້ານຮັບເອົາຜົນລະ ເມືອງທີ່ໂຍກຍ້າຍມາແຕ່ຈຸດອື່ນທີ່ມີການແຜ່ລະບາດຂອງພະຍາດໂຄວິດ 19 ຫຼື ມາຈາກຈຸດທີ່ມີຄວາມສຽງ ຍົກເວັ້ນກໍລະນີຈໍາເປັນ ແລະ ຕ້ອງໄດ້ການສັກວັກຊີນຄົບສອງເຂັມ, ມີໃບເດີນທາງຈາກຄະນະສະເພາະກິດບ່ອນທີ່ຜູ້ຈະມາອອກໃຫ້ຈຶ່ງອະນຸຍາດໃຫ້ມາໄດ້.

5. ສືບຕໍ່ປີດບັນດາໂຮງຈັກ, ໂຮງງານ,ຫົວຫນ່ວຍຫັດຖະກໍາທີ່ຢູ່ໃນເຂດ ຫຼື ກໍານົດເປັນບ້ານແດງ ຍົກເວັ້ນໂຮງຈັກ, ໂຮງງານທີ່ມີຫໍພັກພະນັກງານປະຈໍາ ແລະ ພະນັກງານໄດ້ສັກຢາວັກຊີນຄົບທັງສອງເຂັມ ແລ້ວ.

6.ສືບຕໍ່ຫ້າມປະຊາຊົນ ຫຼື ບຸກຄົນເດີນທາງເຂົ້າອອກທ້ອງຖີ່ນ ຫຼື ເຂດທີ່ມີການຕິດເຊື້ອຢ່າງເດັດຂາດ

7.ຫ້າມຈັດງານລ້ຽງສັງສັນ, ຊຸມແຊວ, ມົ້ວສຸມ(ເຫຼົ້າ-ເບຍ)ທຸກຮູບແບບໃນທຸກສະຖານທີ່.

8. ກໍານົດບ້ານ ໃໝ່ ເປັນບ້ານແດງ (ບ້ານທີ່ມີການລະບາດຂອງເຊື້ອພະຍາດໂຄວິດ19) ຢູ່ເມືອງໂພນໂຮງ ແລະ ໃຫ້ປີດບ້ານຈົນກວ່າຈະບໍ່ມີການແຜ່ລະບາດຂອງພະຍາດໂຄວິດ 19 ,ພ້ອມນີ້ໃຫ້ຢຸດເຊົາກິດຈະການຊົ່ວຄາວຂອງຫົວໜ່ວຍກິດຈະການທຸກໆກິດຈະການຢູພາຍໃນບ້ານ. – ຢູ່ບ້ານອື່ນໆໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຕິດຕາມຄົນເຂົ້າ-ອອກ ແລະ ປະຕິບັດມາດຕະ ການຕາມຄໍາສັ່ງຂອງຂັ້ນເທີງຢ່າງເຂັ້ມງວດ,ມີການລາຍງານຢ່າງເປັນປົກກະຕິ.

9.ໃຫ້ຄະນະກໍາມະການປ້ອງກັນ,ສະກັດກັ້ນພະຍາດໂຄວິດ 19 ເມືອງໂພນໂຮງປະສານສົມທົບກັບຄະນະ ຮັບຜິດຊອບກຸ່ມບ້ານ, ປກສ ກຸ່ມບ້ານ ກວດກາຢ່າງເປັນປົກກະຕິ 10.ມອບໃຫ້ຄະນະສະເພາະກິດວຽກງານ ໂຄວິດເມືອງໂພນໂຮງ,ຂະແຫນງການກ່ຽວຂ້ອງ,ກຸ່ມບ້ານ,ອົງການ ປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມ ງວດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນນີ້ເປັນຕົ້ນໄປຈົນເຖິງວັນທີ 4/7/2021.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.