ໃນທ່າມກາງເສດຖະກິດຝືດເຄືອງ ເລື່ອງປາກທ້ອງຕ້ອງມາກ່ອນນັ້ນເຮັດໃຫ້ ລັດຖະກອນຫຼາຍຄົນ ມີແນວຄວາມຄິດທໍ້ຖອຍ ແລະຕ້ອງການອອກຈາກການເປັນພະນັກງານຂອງລັດ ເພື່ອປະກອບອາຊີບອື່ນ ທີ່ມີຄ່າຕອບແທນສູ່ງກວ່າ.

ໃນເວລາ ສອງ ສາມເດືອນຜ່ານມາ ທີ່ຜູ້ຂຽນໄດ້ມີໂອກາດ ພົບປະໝູ່ຄູ່ ເອື້ອຍ ອ້າຍທີ່ໄດ້ເຮັດວຽກນຳ ອົງການຈັດຕັ້ງລັດຫຼາຍແຫ່ງໄດ້ເວົ້າໃນທຳນອງທີ່ວ່າ ຕົນເອງມີຄວາມທໍ້ຖອຍ ເພາະບໍ່ມີຄວາມກ້າວໜ້າ ທັງທີ່ຕັ້ງໃຈເຮັດວຽກ ແຖມຍັງ ມີຄວາມຝືດເຄືອງທາງດ້ານເສດຖະກິດ ລຳພັງອາໄສ ເງິນເດືອນຂອງພະນັກງານ ພຽງ 1.6 ລ້ານກີບ ນັ້ນກໍບໍ່ໄຫວແລ້ວ ເລີຍຢາກຕ້ອງການຂໍລາອອກຈາກພະນັກງານລັດ.

ຜູ້ຂຽນນັບໄດ້ວ່າ ຢ່າງໜ້ອຍ 6-7 ຄົນທີ່ເປັນພະນັກງານລັດ ໄດ້ລົມລັກສະນະດຽວກັນນີ້ໃຫ້ຜູ້ຂຽນຟັງ ໃນໄລຍະ ສອງສາມເດືອນຜ່ານມາ ໃນນັ້ນ ມີທັງ ວິຊາການ, ຮອງຫົວໜ້າພະແນກ ຫຼືຂັ້ນຫົວໜ້າພະແນກ ກໍມີ ອັນນີ້ ສໍ່ໃຫ້ເຫັນວ່າການເຮັດວຽກນຳລັດນັ້ນ ອາດບໍ່ແມ່ນເລື່ອງຄວາມໄຝ່ຝັນຂອງຫຼາຍຄົນອີກຕໍ່ໄປ, ຫຼາຍຄົນບໍ່ ໄດ້ສົນໃຈວ່າ ຈະເປັນເຈົ້າເປັນນາຍ ຄືຄຳສັ່ງສອນອັນເກົ່າແກ່ນັ້ນແລ້ວ, ບໍ່ເອົາໜ້າຕາ ຫາແນວປະຄັບປະຄອງຊີວິດ ດີກວ່າ.
ອັນນີ້ ກໍເນື່ອງມາຈາກ ການຖີບຕົວສູງຂຶ້ນຂອງຄ່າຄອງຊີບໃນປະເທດ, ເງິນເຟີ້ ທີ່ເງິນເດືອນຂອງພະນັກງານ ລັດນັ້ນ ອາດບໍ່ພຽງພໍກັບລາຍຈ່າຍ ທີ່ເປັນພື້ນຖານ ບໍ່ວ່າຈະເປັນອາຫານ, ຄ່າຮຽນລູກ, ຄ່ານໍ້າ-ຄ່າໄຟຟ້າ, ຄ່າສັງຄົມ ແລະ ອື່ນໆ ເຊິ່ງອັນນີ້ ກໍຈະອາດຜັນປ່ຽນແນວຄວາມຄິດອັນດັ່ງເດີມ ທີ່ວ່າຕ້ອງເຮັດວຽກນຳລັດ ເພື່ອເປັນເຈົ້າຄົນ ນາຍຄົນ.

ເຊິ່ງອາດມາຮອດຍຸກ ທີ່ລະບົບການຈ້າງງານ ຂອງພວກເຮົາມີການປ່ຽນແປງ ທີ່ຄວາມນິຍົມໃນການເຮັດວຽກ ນຳລັດນັ້ນຫຼຸດລົງ ແລ້ວຫັນມາສູ່ການປະກອບອາຊີບອື່ນທີ່ມີລາຍຮັບດີກວ່າ ບໍ່ວ່າຈະເປັນການເຮັດວຽກ ນຳພາກເອກະຊົນ ກໍຄືການປະກອບ ກິດຈະການຂອງຕົນເອງ ເຊິ່ງນີ້ແມ່ນເປັນຜົນດີຕໍ່ການພັດທະນາເສດຖະກິດ ແລະ ພ້ອມນັ້ນ ລັດຖະບານກໍໄດ້ພະຍາຍາມ ຈຳກັດຈຳນວນໂຄຕາລັດຖະກອນລົງ ເນື່ອງຈາກ ບັນຫາທາງດ້ານງົບປະມານເປັນຕົ້ນຕໍ.
ແຕ່ອີກຢ່າງໜຶ່ງກໍເປັນເລື່ອງທີ່ເສົ້າໃຈ ຢູ່ບ່ອນວ່າ ພະນັກງານລັດ ໃນປັດຈຸບັນ ໂດຍສະເພາະ ຜູ້ມີຄວາມຮູ້ຄວາມສາມາດແດ່ ບວກກັບໂອກາດ ໃນການໄດ້ຮັບເລື່ອນຂັ້ນເລື່ອນຕຳແໜ່ງມີໜ້ອຍຍ້ອນຄົນຫຼາຍ ແລະ ບັນຫາ ຄົນເຈົ້າຄົນຂ້ອຍ ໃນລະບົບລັດເຮົາຍັງມີຢູ່ນັ້ນ ໄດ້ເຮັດໃຫ້ຄົນເກັ່ງ ຄ່ອຍຖອຍໂຕອອກ ເທື່ອລະໜ້ອຍ ແລ້ວ ອະນາຄົດເດ ພວກເຮົາຈະເຮັດແນວໃດ ຈະໃຫ້ມີຄົນເກັ່ງເປັນກຳລັງແຮງ ຂອງພະນັກງານລັດຖະກອນ ທີ່ຈະບໍລິຫານປະເທດຊາດ?
ຫຼາຍປະເທດທີ່ຈະເລີນນັ້ນ ພະຍາຍາມ ດຶງດູດເອົາຄົນເກັ່ງມາຢູ່ນຳລັດຫຼາຍຂຶ້ນ ໂດຍໃຫ້ເງິນເດືອນ ທຽບເທົ່າກັບເອກະຊົນ, ສະນັ້ນ ການເຂົ້າເຮັດວຽກນຳລັດ ຈຶ່ງມີທັງຄວາມໝັ້ນຄົງ ແລະ ການແຂ່ງຂັນ ທາງດ້ານຄວາມຮູ້ຄວາມສາມາດສູງ ຄືດັ່ງ ປະເທດສິງກະໂປ ເຊິ່ງລັດບໍ່ພຽງແຕ່ໄດ້ ແລະຮັກສາຄົນເກັ່ງໄວ້ໄດ້ ແຕ່ຍັງ ເປັນການຫຼຸດຜ່ອນອັດຕາການສໍ້ລາດບັງຫຼວງໄປໃນຕົວ.
ໂດຍ: ມຶກບໍ່ແຫ້ງ