ເຄືອຫຸ່ນມີສັບພະຄຸນທີ່ຫລາກຫລາຍເຊັ່ນ: ທັງຕົ້ນ: ເປັນຢາອາຍຸວັນນະ, ຊ່ວຍເຮັດໃຫ້ແກ້ຊາງລົງ, ຊ່ວຍຟື້ນຄືນຄວາມຈຳ, ແກ້ອາການນອນບໍ່ຫຼັບ, ແກ້ອາການເຈັບແອວ ແລະ ເຈັບຫຼັງໃຫ້ດີຂຶ້ນ (ກິນໝາກຄັ້ງລະ 2 ເມັດວັນລະສາມຄັ້ງຕິດຕໍ່ກັນຮອດ 60 ມື້).

ໃຊ້ເປັນຢາຮັກສາມະເຮັງ, ຕ້ານການຈະເລີນເຕີບໂຕຂອງເຊື້ອມະເຮັງທຸກຊະນິດ (ສານສະກັດຈາກເຄືອຫຸ່ນຄັ້ງລະ 40 ມລ, ວັນລະ 2 ຄັ້ງ).

ຊ່ວຍຫຼຸດລະດັບຂອງຄໍເຣສເຕີໂຣ, ຫຼຸດໄຂ່ມັນໃນເສັ້ນເລືອດ (ຊົງດື່ມຄັ້ງລະ 2-3 ກຼາມວັນລະ ສາມຄັ້ງຕິດຕໍ່ກັນ 40 ວັນ).ຊ່ວຍຮັກສາຄວາມດັນເລືອດສູງ, ພະຍາດຫົວໃຈ, ແກ້ອາການເຈັບບິດຫົວໃຈ (ຊົງດື່ມຄັ້ງລະ 2-3 ກຼາມວັນລະ ສາມຄັ້ງຕິດຕໍ່ກັນ 40 ວັນ).

ເຮັດໃຫ້ຫົວໃຈແຂງແຮງ.ຢັບຢັ້ງການເກາະຕົວຂອງເກັດເລືອດ.ເປັນຢາດັບພິດຮ້ອນ, ຖອນພິດໄຂ້, ແກ້ອາການໄຂ້ຫວັດ ແລະ ແກ້ຮ້ອນໃນຕ່າງໆ.ຊ່ວຍແກ້ໄອ, ໄອ້ຊ້ຳເຮື້ອ, ຂັບເສມຫະ.

ຮັກສາຫຼອດລົມອັກເສບ, ພະຍາດຫຼອດອັກເສບຊ້ຳເຮື້ອ, ຫຼອດລົມແຂງຕົວ ແລະ ຮັກສາຖົງລົມໃນປອດອັກເສບ.ຊ່ວຍເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ, ຮ່າງກາຍໄດ້ຮັບສານອາຫານໄດ້ດີຂຶ້ນ.ຮັກສາແຜໃນກະເພາະອາຫານ, ເຮັດໃຫ້ຕັບແຂງແຮງ, ຮັກສາຕັບອັກເສບ, ຕັບຕິດເຊື້ອ ຫຼື ຕັບອັກເສບຊະນິດໄວຣັສບີ ແລະ ໝາກໄຂ່ຫຼັງອັກເສບ.

ໃບ: ນຳມາທຸບພອກຮັກສາຝີ, ໃຊ້ເປັນຢາຂັບພິດ, ແກ້ອັກເສບ, ຕ້ານການອັກເສບ, ແກ້ອາການເຈັບ ແລະ ຊ່ວຍຢັບຢັ້ງການຈະເລີນເຕີບໂຕຊິ້ນປົ່ງ.ຕົ້ນໃຊ້ຕຳພອກແກ້ອາການກະດູກຫັກ, ແກ້ອາການເຈັບໃນກະດູກ, ເຈັບຂໍ້, ເຈັບຕາມກ້າມຊິ້ນ ແລະ ແກ້ອາການຟົກຊ້ຳຕ່າງໆ.

ສານສະກັດຈາກຕົ້ນເຄືອຫຸ່ນມີສັບພະຄຸນຊ່ວຍສ້າງຈຸລັງກະດູກ, ເສີມສ້າງການລວມຕົວຂອງໂປຣຕີນ ແລະ ນ້ຳຍ່ອຍໃນຕັບ, ຊ່ວຍບຳລຸງສະໝອງ, ຮັກສາພະຍາດໃນຊວງເອິກ, ພະຍາດເລືອດຈາງ, ພະຍາດຫຼອດລົມຊຳເຮຶ້ອ ແລະ ພະຍາດຫຼອດເລືອດແຂງຕົວ.

ຊ່ວຍແກ້ອາການຖອກທ້ອງ, ຫຼຸດປະລິມານຂອງກົດ, ຮັກສາລຳໄສ້ອັກເສບ, ຄາງໃຫຍ່, ຄວາມຈຳເຊື່ອມ, ເຈັບຫົວໄມເກຣນ, ຜົມງອກ, ຜົມຫຼົ່ນ, ຫອບຫືດ, ຂ້າເຊື້ອຊາທີ່ຕີນ, ພະຍາດເກົາ, ເຈັບຫຼັງ, ເຈັບແອວ, ແກ້ຫູອັກເສບ, ແກ້ຂີ້ກະຕອດ, ຊ່ວຍຄວບຄຸມນ້ຳໜັກຕົວ, ຮັກສາແຜໃຫ້ຫາຍໄວ, ເພີ່ມຄວາມແຂງແຮງໃຫ້ແກ້ຈຸລັງໃນຮ່າງກາຍ, ຢັບຢັ້ງເຊື້ອມະເຮັງ, ຫຼຸດພູມແພ້, ສ້າງຄວາມສົມດູນຂອງຮໍໂມນຮອບເດືອນຂອງແມ່ຍິງ,
ຟື້ນຟູຮໍໂມນຕ່ອມລູກໝາກຂອງຜູ້ຊາຍ, ຫຼຸດອາການຕ່ອມລູກໝາກໃຫຍ່, ຂັບປັດສະວະ, ຂັບນ້ຳໃນຮ່າງກາຍຄົນຕຸ້ຍ, ຂັບຂອງເສຍໃນໝາກໄຂ່ຫຼັງ, ຊ່ວຍຂັບລ້າງທໍ່ປັດສະວະເຮັດໃຫ້ທໍ່ປັດສະວະໂລ່ງ ແລະ ມີແຮງດັນ, ຊ່ວຍຂັບລົມຕ່າງ, ຂັບໄຂ່ມັນ ແລະ ຊ່ວຍໃນການຂັບຖ່າຍສະດວກຂຶ້ນ.

ສານສະກັດ: ຕົ້ນເຄືອຫຸ່ນສາມາດນຳມາສະກັດເປັນຢາດີຫຼາຍຊະນິດ.