🇻🇳 🇱🇦 ລົດສັນຊາດຫວຽດນາມ ຈະເຂົ້າສູ່ຕະຫຼາດລາວເປັນປະເທດທຳອິດໃນອາຊຽນ.

Vinfast ແບຣນລົດສັນຊາດຫວຽດນາມ ຈະເລີ່ມເຂົ້າສູ່ ສປປລາວ ເປັນປະເທດທໍາອິດໃນອາຊຽນ ,ຫລັງຈາກສະຫະລັດອາເມລິກາ, ການາດາ, ອົດສະຕາລີ .

ໃນໂອກາດທີ່ປະທາດປະເທດລາວ ທ່ານ ທອງລຸນ ສີສຸລິດ ໄປຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການລະຫວ່າງວັນທີ 28-29/06/2021, ກຸ່ມ ບໍລິສັດ ພົງຊັບທະວີ ຂອງລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ກັບ ບໍລິສັດ VinFast Business, Trading and Service Co. , Ltd ເພື່ອເປັນຕົວແທນຈຳໜ່າຍລົດ VinFast ໃນລາວ ປະເທດລາວແມ່ນຕະຫຼາດອາຊຽນ ທຳອິດທີ່ຫວຽດນາມຕັ້ງເປົ້າໝາຍ.

ມື້ນີ້ (28 ມິຖຸນາ), ບໍລິສັດ VinFast Business, Trading and Service Co. , Ltd ແລະ Phongsubthavy Group Co. , Ltd ຂອງລາວໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນການຈຳໜ່າຍ ຍານພາຫະນະໃນລາວ ໂດຍຜ່ານລະບົບຕົວແທນຈຳໜ່າຍ .
