ຊົມເຊີຍ! ເຈົ້າຂອງຫ້ອງແຖວໃຈດີ ໃຫ້ຢູ່ຟຣີ 3 ເດືອນ ຊ່ວງໂຄວິິ
ຜູ້ໃຊ້ເຟສບຸກ “ຮັກແທ້ ຄືຄອບຄົວ” ເຊີ່ງເປັນເຟສບຸກ ຂອງເຈົ້າຂອງຫ້ອງແຖວແຫ່ງໜື່ງ ທີ່ ບ້ານຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ (ຫຼັງຄະນະປ່າໄມ້)

ໂດຍຜູ້ກ່ຽວໄດ້ແຈ້ງມາເຖິງຜູ້ພັກເຊົາໃນຫ້ອງແຖວວ່າ: ເລີ່ມແຕ່ວັນທີ 1 ເມສາ 2021 ເປັນຕົ້ນໄປ ແມ່ນໃຫ້ນອ້ງໆນັກຮຽນ ຢູ່ຟຣີ 3 ເດືອນ ຈົນກວ່າສະຖານະການໂຄວິດ-19 ຈະດີຂື້ນ

ອິນໄຊລາວ, ຂໍຊົມເຊີຍຕໍ່ນໍ້າໃຈອັນໃຫ່ຍຫຼວງ ທີ່ໄດ້ແບ່ງເບົາທຸກ ໃຫ້ກັບປະຊາຊົນຮ່ວມຊາດນຳກັນ ❤️🇱🇦

1 .ສະບາຍດີພໍ່ແມ່ພີ້ນອ້ງທີ່ຢູ່ນະຄອນຫລວງແລະຕ່າງແຂວງ ຂະພະເຈົ້າໃນນາມເຈົ້າຂອງຫອ້ງແຖວ ບ້ານຕານມີໄຊ ຫລັງໂຮງຮຽນປ່າໄມ້ ດົງໂດກ ຂໍແຈ້ງໃຫ້ຊາບວ່າ ແຕ່ວັນທີ່ 1/5/21 ເປັນຕົ້ນໄປແມ່ນ ໃຫ້ນອ້ງໆນັກຮຽນ ❤️ ຢູ່ຟີ 3 ເດືອນ❤️ ຈົນກວ່າສະຖານະການໂຄວິດຈະດີຂື້ນຜູ້ໄດ້ມີລູກຫລານມາຮຽນຢູ່ວຽງຈັນບໍ່ມີບອ່ນພັກເຊົ່າແມ່ນເຂົ້າມາຢູ່ໄດ້ເລີຍເດີ ໂດຍທີ່ບໍ່ເກັບຄາໃຊ້ຈ່າຍຍັງເລີຍ ຈັກກິບ ຊວ່ງໂຄວິດ ນີ້ ຊວ່ຍກັນ❤️
2. ຜູ້ໄດ້ຂາຍເຄື່ອງຢູ່ແຄມຂອງແລະເປັນລູກຄ້າ ຫວຍແລະເງີນກູ້ ນຳຂ້າພະເຈົ້າມີນະໂຍບາຍໃຫ້ບໍ່ເກັບຈົນກວ່າສະຖານະການດີຂື້ນຈິ່ງຈະເກັບປົກກະຕີເດີ ແຈ້ງໃຫ້ຊາບ ❤️ ຕົວຂະພະເຈົ້າກໍ່ມີຜົນກະທົບແຕ່ກໍ່ຈະຊວ່ຍເທົ່າທີ່ຈະເຮັດໄດ້ ໃຫ້ພີ້ນອ້ງທຸກຄົນປະຊາຊົນລາວເຮົາຜ່ານວີກິດນີ້ໄປນຳກັນທຸກຄົນ✌️✌️✌️✌️✌️ບອກຄົນທີ່ຍັງບໍ່ຮູ້ໃຫ້ແດ່ ຂໍອານຸຍາດແທັກ
