ຂໍຄວາມຊ່ວຍເຫລືອນຳຜູ້ໃຈບຸນໃຈສັດທາ ຈາກພໍ່ແມ່ພີ່ນ້ອງທັງຫລາຍ ເນື່ອງຈາກວ່າ: ທ້າວ ສີບຸນເຮືອງ ພາສຸວັນ ບ້ານດົງຂວາງ ເມືອງຫນອງບົກ ແຂວງຄຳມ່ວນ ເຮືອນເລກທີ 311 ຫນ່ວຍ32.

ຜູ້ກ່ຽວເປັນພະຍາດມະເຮັງຢູ່ຂາຂວາ ເປັນມາແຕ່ປີ 2016 ແລະ ກໍ່ໄດ້ປິ່ນປົວເລື່ອຍໆມາ ເຮືອນ-ລົດ-ໄຮ່ນາຕາກ້າ ກໍ່ໄດ້ຂາຍຈົນຫມົດກ້ຽງແລ້ວແຕ່ພະຍາດທີ່ເປັນກໍ່ຍັງບໍ່ຫາຍດີ

ຜ່ານມາໄດ້ຜ່າຕັດມາແລ້ວ 5 ຄັ້ງ ສາຍແສງແລ້ວ 40 ເທື່ອ ແຕ່ເນື້ອງອກກໍ່ຍັງປົ່ງອອກມາອີກ ທາງທ່ານຫມໍຈິ່ງໄດ້ວາງແຜ່ນວ່າ ຈະໃຫ້ລາວປິ່ນປົວໂດຍການໃຫ້ຄີໂມ.

ແຕ່ມາເຖິ່ງຕອນນີ້ຄອບຄົວກໍ່ບໍ່ມີເງິນຈະໄປຮັກສາຕໍ່ແລ້ວ ເມື່ອເຫັນສະພາບແນວນີ້ຂ້າພະເຈົ້າກໍ່ເລີຍຂໍຄວາມຊ່ວຍເພິ່ນໂດຍການໂພສຂໍຄວາມຊ່ວຍເຫລືອຈາກສັງຄົມທີ່ມີຈິດໃຈເມດຕາຕໍ່ຜູ້ຂາດເຂີນ

ທ່ານຈະຊ່ວຍເຫຼືອສາມາດຕິດຕໍ່ໄດ້ທີ່ ເບີໂທຂອງຄອບຄົວຄົນເຈັບ 030 9988 931 ເລກບັນຊີການຄ້າ 0211204397247 YEU CHOUMMANY MS..


ພໍໄດ້ຕໍ່ລົມຫາຍໃຈນີ້ດ້ວຍເຖີ້ນ ຂໍໃຫ້ບຸນຄວາມດີທີ່ທ່ານທັງຫລາຍຊ່ວຍລາວຈົ່ງເຮັດໃຫ້ຊີວິດຂອງພວກທ່ານຢ່າເຈັບຢ່າຈົນ ສຸກສົມຫວັງທຸກປະການດ້ວຍເທີນ…

ທີ່ມາ
